ຄວາມ​ໝາຍ​ແຕ່​ກີ້ແຕ່​ກ່ອນ​ຂອງວັນ​ບຸນ​ໄຫວ້​ພະ​ຈັນ​ຢູ່ ຫວຽດ​ນາມ

(VOVWORLD) - ວັນບຸນໄຫວ້ພະຈັນກໍ່ແມ່ນຮີດຄອງປະເພນີທີ່ສະແດງໃຫ້ເຫັນລັກສະນະວົງຄະນະຍາດຂອງຊາວຫວຽດນາມ. ເພື່ອປູກຝັງໄຖຄາດ, ຄົງຕົວ ແລະ ພັດທະນາຊາວກະສິກອນ ເຂດນາທາມຕ້ອງມີຈິດສຳນຶກກ່ຽວກັບກຳລັງຄວາມສາມາດ, ກຳລັງແຮງຂອງວົງຄະນະຍາດ ແລະ ຄວາມຈຳເປັນຂອງລັກສະນະສາມັກຄີຜູກພັນ, ນ້ຳໃຈຄວາມຮັກແພງໃນວົງຄະນະຍາດ…ຢ່າງຈະແຈ້ງ.
ຄວາມ​ໝາຍ​ແຕ່​ກີ້ແຕ່​ກ່ອນ​ຂອງວັນ​ບຸນ​ໄຫວ້​ພະ​ຈັນ​ຢູ່ ຫວຽດ​ນາມ - ảnh 1ການແຫ່ໂຄມໄຟໃນວັນບຸນໄຫວ້ພະຈັນ ຢູ່ ຫວຽດນາມ (ພາບ: mediamart.vn)

ອາທິດຜ່ານມາ, ພະແນກບັນດາລາຍການພາສາຕ່າງປະເທດ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 523 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ ລາຍການພາກພາສາລາວໄດ້ຮັບຈົດໝາຍ 25 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນຂອງທ່ານຜູ້ທີ່ຝາກມາລາຍການໃນອາທິດຜ່ານມາ.

ທ່ານ ດວງໃຈ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຈົດໝາຍມາຍັງລາຍການໂດຍແບ່ງປັນວ່າ: ອາທິດຜ່ານມາເມື່ອຕິດຕາມຂ່າວຄາວໃນເວັບໄຊ vovword.vn ພາກພາສາລາວ, ຂ້າພະເຈົ້າຮູ້ສຶກສະເທືອນໃຈ ແລະ ອີຕົນສົງສານປະຊາຊົນຂອງ ຫວຽດນາມ ເຂດນ້ຳຖ້ວມ ຢູ່ບັນດາແຂວງຄື: ລາວກາຍ, ໄທງວຽນ ແລະ ອຽນບ້າຍ. ຄຽງຄູ່ກັນນັ້ນ, ຂ້າພະເຈົ້າຍັງເຫັນໄດ້ຈິດໃຈຊ່ວຍເຫຼືອເຊິ່ງກັນແລະກັນຂອງປະຊາຊົນຫວຽດນາມ ຜ່ານບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍຄວາມໝາຍຄື: ການແຜ່ບໍລິຈາກ, ກູ້ຊີບປະຊາຊົນເຂດນ້ຳຖ້ວມ. ບໍ່ພຽງແຕ່ມີບັນດາອົງການຈັດຕັ້ງສັງຄົມຄືຂອງຊາວໜຸ່ມ, ບັນດາກຳລັງປະກອບອາວຸດເທົ່ານັ້ນ ນັບທັງປະຊາຊົນໝົດທຸກຄົນ, ຜູ້ໃດກໍ່ປາດຖະໜາຢາກປະກອບສ່ວນເຫື່ອແຮງຂອງຕົນເພື່ອກູ້ຊ່ວຍພໍ່ແມ່ປະຊາຊົນເຂດນ້ຳຖ້ວມ. ປະເທດຫວຽດນາມ ແມ່ນປະເທດທີ່ສຸດຍອດ.

ເພື່ອນ ດວງໃຈ ທີ່ຮັກແພງ! ພວກຂ້າພະເຈົ້າຂໍຂອບໃຈຕໍ່ຄຳແບ່ງປັນ ແລະ ລະດົມກຳລັງໃຈຂອງເພື່ອນທີ່ສະຫງວນໃຫ້ແກ່ປະເທດ ຫວຽດນາມ ເວົ້າລວມ ແລະ ປະຊາຊົນເຂດນ້ຳຖ້ວມ ເວົ້າສະເພາະ, ໃນໂອກາດນີ້ພວກຂ້າພະເຈົ້າກໍ່ຂໍຝາກຄຳຢຶ້ຢາມຖາມຂ່າວປະຊາຊົນເຂດນ້ຳຖ້ວມຂອງປະເທດເພື່ອນດ້ວຍ. ຫວັງວ່າພາຍໃຕ້ການຊີ້ນຳນຳພາຂອງພັກ ແລະ ລັດ, ການເຂົ້າຮ່ວມຂອງກຳລັງຕ່າງໆໃນສັງຄົມ ແລະ ປະຊາຊົນນັ້ນ, ປະຊາຊົນສອງປະເທດເຮົາຈະມີຄວາມປອດໄພ, ສະຫງົບສຸກ ແລະ ຊີວິດກັບຄືນສູ່ສະພາບເປັນປົກກະຕິໂດຍໄວ.

ທ່ານ ບຸນທອງ ຢູ່ແຂວງ ຜົ້ງສາລີ ໄດ້ໂທລະສັບມາຫາລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າຈືວ່າ ເວລານີ້ກົງກັບເວລາ ຫວຽດນາມ ຈັດວັນບຸນໄຫວ້ພະຈັນ, ຂ້າພະເຈົ້າບໍ່ທັນມີໂອກາດມາ ຫວຽດນາມ ເທື່ອ ພຽງແຕ່ໄດ້ຮູ້ຈັກ ແລະ ເບິ່ງວັນບຸນໄຫວ້ພະຈັນ ຜ່ານບັນດາບົດຂຽນ, ພາບສາລະຄະດີຂອງພວກເພື່ອນ. ພາຍຫຼັງໄດ້ອ່ານບັນດາບົດຂ່າວນັ້ນ, ເຖິງວ່າ ຍັງບໍ່ທັນໄດ້ເຫັນວັນບຸນໄຫວ້ພະຈັນແບບປະຈັກຕາ ແຕ່ຂ້າພະເຈົ້າເຫັນວ່າ ວັນບຸນງາມຫຼາຍ ແລະ ມີຫຼາຍການເຄື່ອນໄຫວທີ່ດຶງດູດໃຈ, ນີ້ໄດ້ຮັບຖືວ່າແມ່ນວັນບຸນທີ່ສະຫງວນໃຫ້ແກ່ພວກນ້ອງນ້ອຍ ກ່ອນທີ່ຈະກ້າວເຂົ້າສູ່ສົກຮຽນໃໝ່. ໃນໂອກາດນີ້, ຂ້າພະເຈົ້າຢາກຮູ້ຂໍ້ມູນກ່ຽວກັບຄວາມໝາຍແຕ່ກີ້ແຕ່ກ່ອນຂອງວັນບຸນໄຫວ້ພະຈັນຢູ່ ຫວຽດນາມ ຕື່ມອີກ?

ເພື່ອນ ບຸນທອງ ທີ່ຮັກແພງ! ຕາມວັດທະນະທຳ ແລະ ງານບຸນວິທະຍາ, ວັນບຸນໄຫວ້ພະຈັນຢູ່ ຫວຽດນາມ ໄດ້ຈັດເຂົ້າໃນ ວັນບຸນຕາມລະດູ, ໝາຍຄວາມວ່າ ການດຳເນີນຊີວິດທາງດ້ານວັດທະນະທຳຕາມລະດູ, ວັນບຸນທາງກະສິກຳ, ພິທີກຳທາງກະສິກຳ. “ວັນເພັງເດືອນ 8 ໄລ່ຕາມຈັນທະປະຕິທິນ, ແມ່ນວັນທີ່ແສງຈັນແຈ້ງທີ່ສຸດໃນປີ, ແມ່ນວັນບຸນກະສິກຳຍາມລະດູໃບໄມ້ຫຼົ່ນ”. ໃນຕາຕະລາງກະສິກຳບູຮານ, ແມ່ນສອງລະດູການພັກຜ່ອນຂອງຊາວກະສິກອນ.

ເດືອນ 8 ໄລ່ຕາມຈັນທະປະຕິທິນ ແມ່ນເວລາຊາວກະສິກອນພັກຜ່ອນ. ນີ້ແມ່ນຈຸດເວລາ, ຫາກໍ່ດຳນາແລ້ວ, ຜົນລະປູກຊະນິດຕ່າງໆ ກໍ່ໄດ້ປູກແລ້ວ ແຕ່ຍັງບໍ່ຮອດລະດູການເກັບກ່ຽວ. ໃນໂອກາດນີ້, ບັນດາໝູ່ບ້ານຈະຈັດຕັ້ງວັນບຸນສ້າງຄວາມມ່ວນຊື່ນໃຫ້ແກ່ປະຊາຊົນ, ທຸກຄົນໃນຄອບຄົວເຕົ້າໂຮມກັນ, ຄູ່ບ່າວສາວພົບປະກັນ… ແລະ ສຳຄັນກ່ວານັ້ນ, ວັນບຸນກໍ່ແມ່ນໂອກາດເພື່ອສະແດງຄວາມເຄົາລົບນັບຖຶ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນທີ່ໄດ້ປົກປ້ອງຄ້ຳຊູເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນໃນໝູ່ບ້ານ. ນັ້ນກໍ່ຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈແຈ້ງກ່ຽວກັບພິທີກຳ, ຮີດຄອງປະເພນີຂອງໝູ່ບ້ານຕົນ, ບ້ານເກີດເມືອງນອນຂອງຕົນ, ເປັນແບບຢ່າງທີ່ດີໃຫ້ແກ່ລູກຫຼານ.

ນອກຈາກນັ້ນ, ວັນບຸນໄຫວ້ພະຈັນຍັງສະແດງໃຫ້ເຫັນຄວາມສະໜິດຕິດພັນລະຫວ່າງ ມະນຸດກັບທຳມະຊາດ. ໂດຍແມ່ນປະຊາຊົນຂອງພື້ນຖານກະສິກຳປູກເຂົ້ານາທາມ, ແຕ່ກີ້ແຕ່ກອນ ຄົນລຸ້ນກ່ອນໄດ້ຖືທຳມະຊາດຄືເປັນເພື່ອນຮ່ວມເດີນທາງທີິ່ຕິດພັນກັບຕົນເອງ, ມີຄວາມລື້ງເຄີຍກັບການປະພຶດທີ່ກົມກຽວເປັນມິດກັບທຳມະຊາດ. ໄປຄຽງຄູກັນນັ້ນ, ວັນບຸນໄຫວ້ພະຈັນກໍ່ແມ່ນຮີດຄອງປະເພນີທີ່ສະແດງໃຫ້ເຫັນລັກສະນະວົງຄະນະຍາດຂອງຊາວຫວຽດນາມ. ເພື່ອປູກຝັງໄຖຄາດ, ຄົງຕົວ ແລະ ພັດທະນາຊາວກະສິກອນ ເຂດນາທາມຕ້ອງມີຈິດສຳນຶກກ່ຽວກັບກຳລັງຄວາມສາມາດ, ກຳລັງແຮງຂອງວົງຄະນະຍາດ ແລະ ຄວາມຈຳເປັນຂອງລັກສະນະສາມັກຄີຜູກພັນ, ນ້ຳໃຈຄວາມຮັກແພງໃນວົງຄະນະຍາດ…ຢ່າງຈະແຈ້ງ. ເຖິງວ່າບໍ່ມີຂອບຂະໜາດ ແລະ ສຳຄັນຄືວັນບຸນເຕັດປະຈຳຊາດກໍ່ຕາມ, ແຕ່ວັນບຸນໄຫວ້ພະຈັນ ກໍ່ແມ່ນວັນບຸນທີ່ສັກກະລະບູຊາ, ແມ່ນໂອກາດເພື່ອໃຫ້ສະມາຊິກໃນຄອບຄົວໄດ້ເຕົ້າໂຮມກັນ. ເພື່ອນ ບຸນທອງ ທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງແມ່ນຂໍ້ມູນໂດຍພື້ນຖານກ່ຽວກັບຄຳຖາມຂອງເພື່ອນ. ຫວັງວ່າເພື່ອນຈະໄດ້ມີຄວາມຮູ້ເພີ່ມຕື່ມ.   

ເພື່ອນ ສົມເພດ, ນັກສຶກສາ ມະຫາວິທະຍາໄລການຢາ ເກິ່ນເທີ ໄດ້ສົ່ງຄຳຖາມ ດ້ວຍ ເນື້ອໃນຢາກຊອກຮູ້ກ່ຽວກັບວົງເງິນການຄ້າ ລາວ - ຫວຽດນາມ ໃນ 7 ເດືອນຕົ້ນປີ 2024 ແມ່ນເທົ່າໃດ? ສິນຄ້າປະເພດໃດແມ່ນສິນຄ້າຫຼັກແຫຼ່ງໃນການສົ່ງອອກ-ນຳເຂົ້າ ລະຫວ່າງສອງປະເທດ?

ເພື່ອນ ສົມເພດ ທີ່ຮັກແພງ, ວົງເງິນການຄ້າສອງສົ້ນ ຫວຽດນາມ - ລາວ ໃນໄລຍະ 7 ເດືອນຕົ້ນປີ 2024 ບັນລຸ 1,1 ຕື້USD, ເພີ່ມຂຶ້ນ 16,7% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ຕາມນັ້ນແລ້ວ, ການສົ່ງອອກຂອງ ຫວຽດນາມ ໄປຍັງ ລາວ ບັນລຸ 355,3 ລ້ານ USD, ເພີ່ມຂຶ້ນ 14,4% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ສິນຄ້າສົ່ງອອກປະເພດຫຼັກແຫຼ່ງລວມມີ: ນ້ຳມັນຊະນິດຕ່າງໆ, ຜະລິດຕະພັນຈາກເຫຼັກກ້າ, ຜະລິດຕະພັນທາດເຄມີ, ພາຫະນະຂົນສົ່ງ ແລະ ເຄື່ອງອາໄຫຼ່… ການນຳເຂົ້າຂອງ ຫວຽດນາມ ຈາກ ລາວ ບັນລຸ 763,8 ລ້ານ USD, ເພີ່ມຂຶ້ນ 17,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ສິນຄ້ານຳເຂົ້າປະເພດຫຼັກແຫຼ່ງລວມມີ: ຢາງພາລາ, ຖ່ານຫີນ, ໄມ້ ແລະ ຜະລິດຕະພັນຈາກໄມ້. 5 ຕະຫຼາດເຊິ່ງ ລາວ ສົ່ງອອກໄປຍັງຫຼາຍທີ່ສຸດລວມມີ: ຈີນ, ຫວຽດນາມ, ໄທ, ອາເມລິກາ ແລະ ອົດສະຕາລີ. ບັນດາຕະຫຼາດທີ່ ລາວ ນຳເຂົ້າຫຼາຍທີ່ສຸດລວມມີ: ຈີນ, ໄທ, ຫວຽດນາມ, ອາເມລິກາ ແລະ ຍີ່ປຸ່ນ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມານັ້ນແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນ ຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ບັນດາທ່ານກໍ່ສາມາດຝາກຈົດໝາຍມາຍັງລາຍການ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.8256631 ຫຼື ອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ