ຫວຽດນາມຕັ້ງໜ້າປະກອບສ່ວນເພື່ອອາຊຽນແຫ່ງສັນຕິພາບ, ສະຖຽນລະພາບ

ໂດຍ​ໄດ້​ປະຕິບັດ​ແນ​ວທາງ​ການ​ຕ່າງປະ​ເທດ, ທີ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 22 ທີ່​ຈັດ​ຂຶ້ນ​ຢູ່​ບຣູ​ໄນ ​ໃນ​ວັນ​ທີ 24 ​ແລະ 25/4, ຄະນະ​ຜູ້​ແທນ​ຫວຽດນາມ​ໂດຍ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ນຳ​ໜ້າ ສືບ​ຕໍ່​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ກອງ​ປະຊຸມ. ບົດ​ຂອງ​ນັກ​ຂ່າວ​​ແອ​ງຮ່ວຽນ ດ້ວຍ​ຫົວ​ຂໍ້​ວ່າ: “​ຫວຽດນາມ​ ຕັ້ງໜ້າ​ປະກອບສ່ວນ​ເພື່ອ​ອາ​ຊຽນ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ“ ​ຈະເຕື້ອງ​ເຖິງ​ບັນດາ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ທີ່​ກອງ​ປະຊຸມ​ຄັ້ງນີ້. ​

ຫວຽດນາມຕັ້ງໜ້າປະກອບສ່ວນເພື່ອອາຊຽນແຫ່ງສັນຕິພາບ, ສະຖຽນລະພາບ - ảnh 1

(ພາບປະກອບ:vov.vn)

  ກ່ອນ​ການ​ໄປ​ບຣູ​ໄນ​ ເຂົ້າຮ່ວມ​ກອງ​ປະຊຸມ, ​ເມື່ອ​ຕອບ​ສຳພາດ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດຫວຽດນາມ ຟ້າ​ມກວາງ​ວິ​ງ ຢືນຢັນ​ວ່າ: ຍາມ​ໃດຫວຽດນາມ ກໍ່​ຖື​ການ​ຮ່ວມ​ມື​ໃນ​ອາ​ຊຽນ ​ເປັນ​ສຳຄັນ, ​ແລະ ປາດ​ຖະໜາ​ວ່າ​ການຮ່ວມ​ມືຂອງ​ອາ​ຊຽນ ກໍ່​ຄື​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ:

   “ນີ້​ແມ່ນ​ການ​ໃຫ້​ບຸລິມະສິດ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ, ສະນັ້ນ, ພວກ​ເຮົາ​ໄດ້​ເປັນ​ເຈົ້າການ, ​ເຂົາຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ເຂົ້າ​ໃນ​ບັນດາ​ວຽກ​ງານ​ລວມຂອງ​ອາ​ຊຽນ. ຫວຽດນາມ ສະໜັບສະໜູນ​ບັນດາ​ຈຸດໝາຍ​ຂອງ​ອາ​ຊຽນ, ນັ້ນ​ແມ່ນ​ສ້າງ​ປະຊາ​ຄົມ​ສາມັກຄີ​ກັນ, ​ເສີມ​ຂະຫຍາຍ​ບັນດາ​ບົດບາດ​ສຳຄັນຂອງ​ອາ​ຊຽນ​ ເພື່ອ​ຕິດ​ພັນ ​ແລະ ສົ່ງ​ເສີມ​ບັນດາ​ຄູ່​ຮ່ວມ​ມື​ພ້ອມ​ກັນ​ເຂົ້າຮ່ວມ​ການ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ

ຫວຽດນາມຕັ້ງໜ້າປະກອບສ່ວນເພື່ອອາຊຽນແຫ່ງສັນຕິພາບ, ສະຖຽນລະພາບ - ảnh 2
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດຟ້າ​ມກວາງ​ວິ​ງ

(ພາບ:tgvn.com.vn)

  ຄຽງ​ຄູ່​ກັບ​ຈຸດໝາຍ​ສ້າງ​ປະຊາ​ຄົມ, ອາ​ຊຽນ ພວມ​ສືບ​ຕໍ່​ຍົກ​ສູງ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ​ເສີມ​ຂະ​ຍາຍ​ບົດບາດສຳຄັນ​ຂອງ​ອາ​ຊຽນ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສຳຄັນ​ກ່ຽວຂ້ອງ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດຫວຽດນາມ ຟ້າ​ມກວາງ​ວິ​ງ ​ເວົ້າວ່າ:

   “ທີ​ໜຶ່ງ​ແມ່ນ, ອາ​ຊຽນ ຕ້ອງ​ອີງ​​ໃສ່ບັນດາ​ຜົນງານ, ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າທີ່​ມີ​ຢູ່​ແລ້ວ ​ແລະ ​ສືບ​ຕໍ່​ເສີມ​ຂະຫຍາຍ, ພິ​ເສດ, ​ໃນ​ການ​ສ້າງ ​ແລະ ສະ​ເໜີ​ບັນດາ​ໂຄງການ​ດຳ​ເນີນ​ງານ​ ​ແລະ ການ​ໃຫ້​ບຸລິມະສິດ​ລວມຂອງ​ທົ່ວ​ພາກ​ພື້ນ. ທີສອງ​​ແມ່ນ, ອາ​ຊຽນ ຕ້ອງສືບ​ຕໍ່​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເພື່ອ​ສ້າງ​ມາດຖານ​ການ​ປະພຶດ​ໃນ​ພາກ​ພື້ນ ພ້ອມ​ທັງ​ສ້າງ​ບັນດາ​ກົນ​ໄກ​ຮັບປະກັນ​ການ​ປະຕິ​ບັດ​ບັນດາ​ຄຳໝັ້ນສັນຍາ​ທີ່ໄດ້​ຕົກລົງ​ກັນ

​   ເນື້ອ​ໃນ​ສຳຄັນ​ທີ່ໄດ້​ເຕື້ອງ​ເຖິງທີ່​ກອງ​ປະຊຸມ​ຄັ້ງນີ້ ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ຮັບປະກັນສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ, ​ໃນ​ນັ້ນມີຄວາມ​ສະຫງົບ​ປອດ​ໄພ​ໃນການ​ເດີນ​​ເຮືອໃນ​ທະ​ເລ​ຕາ​ເວັນ​ອອກ. ຈຸດໝາຍທີ່​ບັນດາ​ການ​ນຳ​ອາ​ຊຽນ​ໄດ້​ວາງ​ອອກ​ທີ່​ກອງ​ປະຊຸມ​ຄັ້ງນີ້ ນັ້ນ​ແມ່ນ​ອາ​ຊຽນ ຕ້ອງ​ສື​ວຕໍ່​ເສີມ​ຂະຫຍາຍ​ບົດບາດ ​ແລະ ສຽງ​ເວົ້າຂອງ​ຕົນ​ໃນ​ບັນດາບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດຫວຽດນາມ ຟ້າ​ມກວາງ​ວິ​ງ ຖື​ວ່າ:

   “ຂໍ້​ຕົກລົງ​ກ່ຽວ​ກັບບັນດາ​ຈຸດໝາຍ​ຊື່​ງອາ​ຊຽນ ບັນລຸ​ໄດ້ ຕ້ອງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແມ່ນ​ຕ້ອງ​ຮັບປະກັນ​ບັນດາ​ຄວາມ​ມານະ​ພະຍາຍາມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຕ້ອງ​ມີ​ຄວາມ​ລະງັບ​ໃຈ, ບໍ່​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ. ທີ​ສອງ​ແມ່ນ​ຕ້ອງ​ຍົກ​ສູງ, ພ້ອມ​ທັງ​ຮັບປະກັນ​ການ​ປະຕິບັດ​ບັນດາ​ຄຳໝັ້ນສັນຍາ, ຂໍ້​ຕົກລົງທີ່​ມີ​ສ່ວນກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ມີ​ປະສິດທິ​ຜົນ ຊື່​ງ​ໃນ​ນັ້ນມີ​ຖະ​ແຫຼ​ງການ​ຂອງ​ອາ​ຊຽນ ກ່ຽວ​ກັບ 6 ຫຼັກການ​ກ່ຽວຂ້ອງ​​ເຖິງ​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ຖະ​ແຫຼ​ງການກ່ຽວ​ກັບການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ-ຈີນ ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ DOC, ​ໃນ​ນັ້ນ ມີ​​ໄດ້​ວາງ​ອອກ​ບັນດາຫຼັກການ​ລວມ

    ​ໃນ​ສະພາບການ​ທີ່ຖະ​ແຫຼ​ງການກ່ຽວ​ກັບການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເປັນ​ເວລາ 10 ປີ​ເຕັມ​ນັ້ນ, ທັງ​ອາ​ຊຽນ ​ແລະ ຈີນ ພວມ​ຕັ້ງໜ້າ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບວິທີ​ການ​ເຈລະຈາ​ປະມວນ​ລະບຽບການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ສຳລັບ​ອາ​ຊຽນ ​ແລ້ວ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຈີນ ລວມມີ​ຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ຮ່ວມ​ມື​ກັນ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍຕໍ່​ຄວາມ​ສະ​ຫົງ​ບປອດ​ໄພທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ຮັບປະກັນ​ສະພາບ​ແວດ​ລ້ອມ​​ແຫ່ງ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ, ​ໃນ​ນັ້ນມີ​ບັນດາ​ທະ​ເລ​ຕາ​ເວັນ​ອອກ.

  ສະພາບ​ແວດ​ລ້ອມ​​ແຫ່ງ​ສັນຕິພາບ, ສະຖຽນ​ລະພາບ​ເພື່ອ​ພ້ມກັນ​ພັດທະນາ ​ແມ່ນ​ຄວາມ​ປາດ​ຖະໜາ​ຂອງ​ທຸກໆ​ຝ່າຍ​ທີ່​ກ່ຽວຂ້ອງ. ບົນ​ຈິດ​ໃຈ​ຖື​ອາ​ຊຽນ ​ທີ່​ມີ​ຄວາມ​ສາມັກຄີ, ໝັ້ນຄົງ​ເຂັ້ມ​ແຂງ​ເປັນ​ສຳຄັນ​ນັ້ນ, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ນນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ນຳ​ໜ້າ ທີ່​ເຂົາຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງນີ້ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ກອງ​ປະຊຸມ, ປະກອບສ່ວນ​ຮັກສາສະພາບ​ແວດ​ລ້ອມ​​ແຫ່ງ​ສັນຕິພາບ, ສະຖຽນ​ລະພາບ, ສະຫງົບ​ປອດ​ໄພ, ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ