40 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມກອງປະຊຸມສາກົນ GEOTEC HANOI 2019

(VOVWORLD) - ກອງປະຊຸມສາກົນຄັ້ງທີ 4 ກ່ຽວກັບຂົງເຂດ Geotechnical ແລະ ພື້ນຖານໂຄງລ່າງປີ 2019 (GEOTEC HANOI 2019) ຖືກໄຂຂຶ້ນໃນຕອນເຊົ້າວັນທີ 28 ພະຈິກ ຢູ່ ຮ່າໂນ້ຍ. 

ກອງປະຊຸມດັ່ງກ່າວ ໂດຍສະມາຄົມ Geotechnical ກິດຈະກຳ ຫວຽດນາມ, ມະຫາວິທະຍາໄລຊົນລະປະທານ, ບໍລິສັດຫຸ້ນສ່ວນ Fecon ແລະ ບໍລິສັດ Kokosai kogyo (ຍີ່ປຸ່ນ) ສົມທົບກັນຈັດຕັ້ງ.

40 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມກອງປະຊຸມສາກົນ GEOTEC HANOI 2019 - ảnh 1 ທ່ານ ເລກວາງຮຸ່ງ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ 

        ທີ່ GEOTEC HANOI ປີ 2019, ຄະນະຈັດຕັ້ງໄດ້ຮັບບົດຂຽນ 187 ບົດຂອງບັນດານັກຊ່ຽວຊານ, ນັກວິທະຍາສາດທີ່ມາຈາກ 40 ປະເທດ ແລະ ເຂດແຄ້ວນໃນໂລກຄື: ຍີ່ປຸ່ນ, ສ.ເກົາຫຼີ, ຝຣັ່ງ, ອີຕາລີ, ໂຮນລັງ, ອົດສະຕາລີ…ທ່ານ ເລກວາງຮຸ່ງ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ເນັ້ນໜັກວ່າ:

        “ກອງປະຊຸມວິທະຍາສາດນີ້ ມີຂອບຂະໜາດໃຫຍ່ ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 800 ທ່ານ. ບັນດາບົດປະກອບຄຳເຫັນມີລັກສະນະເລິກເຊິ່ງ, ມີແບບມີແຜນ ແລະ ມີວິຊາການສຶກສາສູງ. ກອງປະຊຸມບໍ່ພຽງແຕ່ແມ່ນເວທີປາໄສ ເພື່ອໃຫ້ບັນດານັກວິຊາການແລກປ່ຽນເຊິ່ງກັນ ແລະ ກັນເທົ່ານັ້ນ ຫາກຍັງຜ່ານນັ້ນ, ຫວຽດນາມ ອາດຈະຖອດຖອນໄດ້ປັນຍາຄວາມຮູ້ ແລະ ບົດຮຽນຫລາຍຢ່າງທີ່ມີຜົນປະໂຫຍດໃຫ້ແກ່ການໝູນໃຊ້ບັນດາມາດຕະການເຕັກນິກເຂົ້າໃນການກໍ່ສ້າງບັນດາກິດຈະກຳຢູ່ ຫວຽດນາມ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ