6 ປະເທດສະມາຊິກກໍ່ຕັ້ງອາຊຽນ ໃຫ້ຄຳໝັ້ນສັນຍາໜູນຊ່ວຍການ ຮັດແຄບຊ່ອງວ່າງພັດທະນາ

6 ປະເທດສະມາຊິກກໍ່ຕັ້ງອາຊຽນ ໃຫ້ຄຳໝັ້ນສັນຍາໜູນຊ່ວຍການ ຮັດແຄບຊ່ອງວ່າງພັດທະນາ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 28/8, ທ່ານ​ລັດຖະມົນຕີ​ການ​ຄ້າ ​ແລະ ອຸດສາຫະກຳ​ລາວ ນາມ ວິ​ຍາ​ເກດ ​ໃຫ້​ຮູ້​ວ່າ 6 ປະ​ເທດສະມາຊິກທຳ​ອິດ​ຂອງ​ອາ​ຊຽນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ 4 ປະ​ເທດທີ່​ເຂົ້າ​ເປັນ​ສະມາຊິກ​ຕາມ​ຫຼັງຮັດແຄບ​ຊ່ອງ​ວ່າງກ່ຽວ​ກັບ​ການ​ພັດທະນາ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນອກ​ກອງ​ປະຊຸມ​ເສດຖະກິດ​ອາຊຽນຄັ້ງ​ທີ 44 ຢູ່​ນະຄອນ Siem Reap, ກຳປູ​ເຈຍ, ທ່ານ​ລັດຖະມົນຕີ ນາມ ວິ​ຍາ​ເກດ ​ໃຫ້​ຮູ້​ວ່າ, 4 ປະ​ເທດ​ສະມາຊິກ​ເຊິ່ງລວມມີ ກຳປູ​ເຈຍ, ລາວ, ມ້ຽນ​ມາ ​ແລະ ຫວຽດນາມ ຈ​ະໄດ້​ຮັບ​ການ​ໜູນ​ຊ່ວຍ​​ພິ​ເສດຈາກ 6 ປະ​ເທດ​ສະມາຊິກ​ແມ່ນ ບຣຸ​​ໄລ, ອີນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟິລິບ​ປີນ​, ສິງກະ​ໂປ ​ແລະ ​ໄທ ​ເພື່ອຮັດແຄບ​ຊ່ອງ​ວ່າງ​​ໃນ​ການພັດທະນາລະຫວ່າງ​ບັນດາສະມາຊິກ​ເກົ່າ ​ແລະ ​ໃໝ່​ໃນ​ກຸ່ມ.

ຂ່າວ/ບົດ​ອື່ນ