65ປີແຫ່ງວັນມູນເຊື້ອຄະນະພົວພັນຕ່າງປະເທດ

65ປີແຫ່ງວັນມູນເຊື້ອຄະນະພົວພັນຕ່າງປະເທດ - ảnh 1
ທ່ານ​ຮ່​ວາງ​ບິ່ງ​ກວນ

(vovworld) – 65 ປີ​ຜ່ານ​ມາ (1/11/1949 – 1/11/2014), ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ, ຢັ້ງ​ຢືນ​ບົດ​ບາດ​ແມ່ນ​ອົງ​ການ​ເປັນເສ​ນາ​ທິ​ການ​ຂອງ​ສູນ​ກາງ​ພັກ​ເຊິ່ງ​ໂດຍ​ກົງ​ແມ່ນ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ໃນ​ການ​ວາງ​ແຜນ​ກຳ​ນົດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ, ປະ​ກອ​ບ​ສ່ວນ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຂອງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ໂລກ, ກໍ່​ຄື​ການ​ພົວ​ພັນ​ລະ​ຫວ່າງ​ພັກ ກັບ​ບັນ​ດາ​ພັກ​ກອມ​ມູ​ນິດ ແລະ ບ​ັນ​ດາ​ພັກ​ການ​ເມືອງ​ໃນ​ໂລກ. ນັ້ນ​ແມ່ນ​ການ​ຢືນ​ຢັນ​ຂອງ​ທ່ານ ຮ່​ວາງ​ບິ່ງກວນ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ, ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ VOV ເນື່ອງ​ໃນ​ໂອ​ກາດ​ ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ ຄະ​ນະ​ພົວ​ພັນ​​ຕ່າງ​ປະ​ເທດສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

        ກ່ຽວ​ກັບ​ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງຂອງວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງພັກ​ເວົ້າ​ລວມ ແລະ ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ເວົ້າ​ສະ​ເພາະ, ທ່ານ​ຮ່​ວາງ​ບິ່ງ​ກວນ, ໃຫ້​ຮູ້​ວ່າ:

        “ຈຸດ​ໝາຍ​ສຳ​ຄັນ​ທີ່​ສຸດ​ຂອງວຽກ​ງານ​ພົວ​ພັນ​ຕ່າງ​ປ​ະ​ເທດ, ການ​ທູ​ດ​ແມ່ນ​ເຮັດ​ແນ​ວ​ໃດ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ ແລະ ສ້າງ​ເງື່ອນ​ໄຂ​ສາ​ກົນ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ທີ 2 ແມ່ນ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ທີ່​ສັກ​ກະ​ລະ​ບູ​ຊາ. ທີສາມ​ແມ່​ນ​ສືບ​ຕໍ່​ຍາດ​ແຍ່ງ​ການ​ຮ່ວມ​ມື ແລະ ການ​ຊ່ວຍ​ເຫຼືອ​ຂອງ​ໂລກ ແລະ ສາ​ກົນ​ທີ່​ມີ​ຕໍ່​ພາ​ລະ​ກິດ​ປ່ຽນ​ໃໝ່​ຢູ່ ຫວຽດ​ນາມ”

        ຕາມທ່ານ​ຮ່​ວາງ​ບິ່ງ​ກວນ ແລ້ວ, ປະ​ຈຸ​ບັນ, ພັກ​ກອມ​ມູ​ນິດ ຫວຽດ​ນາມ ມີ​ການ​ພົ​ວ​ພັນ​ກັບ​ກ່​ວາ 200 ພັກ​​ໃນ​ຈຳ​ນວນ 114 ປະ​ເທດ​ໃນ​ໂລກ. ນີ້​ແມ່ນ​ພື້ນ​ຖານ​ດ້ານ​ການ​ເມືອງ​​ການພົວ​ພັນ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​​ໃຫ້​ແກ່​ແນວ​ໂຮມ​ການ​ທູດຂອງ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ