7,5 ລ້ານຄົນເຂົ້າຮ່ວມ ການປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ)

7,5 ລ້ານຄົນເຂົ້າຮ່ວມ ການປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ) - ảnh 1
(ທ່ານ ຟາ​ນຈຸ​ງລິ໋, ຫົວໜ້າ​ກຳມາ​ທິການ​ຍຸຕິ​ທຳຂອງ​ສະພາ​ແຫ່ງ​ຊາດ)

​(vovworld) – ​​​ໄລ​່ມາ​ຮອດ​ປະຈຸ​ບັນ, ມີ 96 ບົດ​ລາຍງານ​​ລວບ​ລວມຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ທີ່ສົ່ງ​ເຖິງ​ຄະນະ​ຮຽບຮຽງ, ມີ​ປະມານ 7,5 ລ້ານ​ຄົນ​ໄດ້​ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ປະມວນ​ກົດໝາຍ​​ແພ່ງ (ສະບັບ​ປັບປຸງ). ​ເປົ້າໝາຍປະກອບ​ຄຳ​ເຫັນ​​ໄດ້​ຮັບ​ການ​ເປີດ​ກວ້າງ ຈາກຂັ້ນ​ສູນ​ກາງລົງ​ຮອດ​ທ້ອງ​ຖິ່ນ, ບັນດາ​ອົງການ​ສັງຄົມ​ວິຊາ​ຊີບ, ນັກ​ຊ່ຽວຊານ. ຕອນ​ເຊົ້າ​ວັນ​ທີ 07/05, ຢູ່​ດ່າ​ນັ້ງ, ຄະນະ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ, ກວດກາຮ່າງ​ປະມວນ​ກົດໝາຍ​​ແພ່ງ (ສະບັບ​ປັບປຸງ) ​ແລະ ກວດກາ​ບັນດາ​ຮ່າງ​ກົດໝາຍ​ຂອງ​ລັດຖະບານ ​ກ່ຽວ​ກັບ​ການ​ປັບປຸງ​ເຂດບໍລິຫານ​ສຳລັບ 6 ຫົວໜ່ວຍ​ບໍລິຫານ​ຂັ້ນ​ເມືອງ. ທ່ານ ຟາ​ນຈຸ​ງລິ໋, ຫົວໜ້າ​ກຳມາ​ທິການ​ຍຸຕິ​ທຳຂອງ​ສະພາ​ແຫ່ງ​ຊາດ ​ເນັ້ນ​ໜັກ​ວ່າ, ຮ່າງ​ປະມວນ​ກົດໝາຍ​​ແພ່ງ (ສະບັບ​ປັບປຸງ) ​ແມ່ນ​ປະມວນກົດໝາຍ​ສຳຄັນພິ​ເສດ, ສົ່ງ​ຜົນ​ສະທ້ອນ​ເຖິງ​ທຸກດ້ານ​ຂອງ​ຊີວິດ​ສັງຄົມ, ​ໄດ້​ຮັບ​ເອົາ​ຄຳ​ເຫັນ​ໃນ​ທົ່ວ​ປວງ​ຊົນ​ຢ່າງ​ກວ້າງຂວາງ, ຈະ​ໄດ້​ຮັບ​ການ​​ປັບປຸງ ​ແລະ ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ