ADB ຊ່ວຍເຫຼືອບັນດາ ໂຄງການນ້ຳສະອາດ ໃຫ້ແກ່ຫວຽດນາມ
ໂຄງການນີ້ຄາດວ່າຈະສາມາດສະໜອງນ້ຳສະອາດໃຫ້ແກ່ຊາວຫວຽດນາມ 3 ລ້ານຄົນ (ພາບ : Internet)
|
Vovworld- ວັນທີ 18/12, ທະນາຄານພັດທະນາອາຊີ (ADB) ຫາກໍຮັບຮອງເອົາບ້ວງເງິນກູ້ລວມມຸນຄ່າ 212 ລ້ານ USD ເພື່ອສືບຕໍ່ປະຕິບັດໂຄງການປົວແປງການສະໜອງນ້ຳສະອາດໃຫ້ແກ່ 6 ແຂວງ ແລະ ນະຄອນຂອງຫວຽດນາມລວມມີ : ບີງເຢືອງ, ດັກລັກ, ເທື່ອທຽນເຫວ, ກວາງຈິ, ນະຄອນ ດານັ້ງ, ຫາຍຟ່ອງ. ແຫຼ່ງທຶນດັ່ງກ່າວແມ່ນນອນໃນບ້ວງເງິນກູ້ຢືມທີ່ 2 ຂອງແຜນກູ້ຢືມລວມມູນຄ່າ 1 ຕື້ USD ຊຶ່ງໄດ້ຮັບການເຊັນອະນຸມັດໃນປີ 2011 ເພື່ອໜູນຊ່ວຍການກໍ່ສ້າງພື້ນຖານໂຄງລ່າງກ່ຽວກັບການສະໜອງນ້ຳສະອາດໃຫ້ແກ່ກ່ວາ 5 ແສນຄອບຄົວທີ່ທຸກຍາກ ຊຶ່ງເປັນຄັ້ງທຳອິດໄດ້ຊົມໃຊ້ລະບົບນ້ຳສະອາດ.
ທະນາຄານພັດທະນາອາຊີ (ADB) ຍັງໃຫ້ຄຳໝັ້ນສັນຍາຈະສືບຕໍ່ສະໜອງບັນດາບ້ວງເງິນກູ້ໃຫ້ແກ່ຫວຽດນາມເພື່ອປະຕິບັດບັນດາໂຄງການສະໜອງນ້ຳສະອາດໃຫ້ແກ່ຄົນທຸກຍາກ, ຕາມການຕີລາຄາແລ້ວ, ດ້ວຍບັນດາໂຄງການຊ່ວຍເຫຼືອຂອງທະນາຄານພັດທະນາອາຊີ (ADB), ຈະມີຊາວຫວຽດນາມຕື່ມອີກປະມານ 15 ລ້ານຄົນໄດ້ຊົມໃຊ້ນ້ຳສະອາດໃນຮອບເວລາ 10 ປີຂ້າງໜ້າ .