APECແມ່ນພາກພື້ນມີຄວາມໝາຍຍຸດທະສາດສຳຄັນສຳລັບຫວຽດນາມໃນປະຈຸບັນແລະອະນາຄົດ

APECແມ່ນພາກພື້ນມີຄວາມໝາຍຍຸດທະສາດສຳຄັນສຳລັບຫວຽດນາມໃນປະຈຸບັນແລະອະນາຄົດ - ảnh 1

(vovworld)-​ ​ ​​ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ນາງ ຫງວຽນ​ຫງວຽດ​ງາ, ຫົວ​ຫນ້າ​ກົມ​ຮ່ວ​ມ​ມື​ເສດ​ຖະ​ກິດ​ຫລາຍ​ຝ່າຍ, ສັງ​ກັດ​ກະ​ຊວງການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສັບ​ປະ​ດາ​ກອງ​ປະ​ຊຸມ​ສຸດຍອດ ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟີກ(APEC) ຄັ້ງ​ທີ 22 ດຳ​ເນີນ​ໄປ​ຢູ່​ນະ​ຄອນ​ຫລວງ ປັກ​ກີງ ປະ​ເທດ​ຈີນ ແຕ່​ວັນ​ທີ 5-11/11. ຕາມ​ທ່ານ​ນາງ ຫງວຽນ​ຫງວຽດ​ງາ ແລ້ວ, ຜົນ​ປະ​ໂຫຍດ ຊື່ງ APEC ນຳ​ມາ​ໃຫ້​ຫ​ວຽດ​ນາມ ແມ່ນ​ລະ​ອຽດ​ທີ່​ສຸດ ເມື່ອ​ພາ​ສີ​ການ​ຄ້າ​ຫລຸດ​ລົງ, ວົງ​ເງິນ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຫວຽດ​ນາມ ໄປ​ຍັງ​ບັນ​ດາ​ຕະ​ຫລາດ​ໃນ​ພາກ​ພື້ນກວມ​ເອົາ​ກວ່າ 60%. ນີ້​ແມ່ນ​ພາກ​ພື້ນ​ລົງ​ທຶນ​ໃຫຍ່​ສຸດ​ເຂົ້າ​ຫວຽດ​ນາມ, ກວມ​ເອົາ​ປະ​ມານ 65%. ແຫລ່ງ​ຊ່ວຍ​ເຫລືອ​ພັດ​ທະ​ນາ (ODA) ທີ​່​ສຳ​ຄັນ​ສຳ​ລັບ​ຫວຽດ​ນາມ ສ່ວນ​ຫລາຍ​ມາ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ APEC. ທ່ານ​ນາງ ຫງວຽນ​ຫງວຽດ​ງາ ໃຫ້​ຂໍ້​ສັງ​ເກດ​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ, ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ຍັງ​ສືບ​ຕໍ່​ແມ່ນ​ພາກ​ພື້ນ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ