EU ເນັ້ນ​ໜັກ​ເຖິງ​ນະ​ໂຍ​ບາຍປີ​ການ​ເງິນ ແລະ ການ​ຕ້ານ​ໄພເງິນ​ເຟີ້

(VOVWORLD) -ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ Valdis Dombrovskis ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, EU ຄວນມີນະໂຍບາຍປີການເງິນຢ່າງລະມັດລະວັງ, ຈຳກັດໄພເງິນເຟີ້ ພ້ອມກັນນັ້ນຕ້ອງຊ່ວຍເຫຼືອປະຊາຊົນ ແລະ ວິສາຫະກິດທີ່ຖືກຜົນສະທ້ອນຈາກ ສະພາບການວິກິດການ
EU ເນັ້ນ​ໜັກ​ເຖິງ​ນະ​ໂຍ​ບາຍປີ​ການ​ເງິນ ແລະ ການ​ຕ້ານ​ໄພເງິນ​ເຟີ້ - ảnh 1ພາບປະກອບ: AFP/TTXVN

ກອງປະຊຸມບໍ່ເປັນທາງການຂອງ ລັດຖະມົນຕີ ການເງິນ ແລະ ຜູ້ວ່າການທະນາຄານ ສູນກາງ ບັນດາປະເທດ ສະມາຊິກ ສະຫະພາບ ເອີລົບ (EU) ໄດ້ສິ້ນສຸດລົງພາຍຫຼັງໄດ້ເຮັດວຽກເປັນເວລາ 3 ວັນຢູ່ ສ.ເຊັກໂກ, ໃນລະຫວ່າງວັນທີ 8 – 10 ກັນຍາ. ໃນຖະແຫຼງການພາຍຫຼັງກອງປະຊຸມ, ທ່ານຮອງປະທານຄະນະກຳມະການເອີລົບ (EC) Valdis Dombrovskis ໃຫ້ຮູ້ວ່າ EU ຕ້ອງມີນະໂຍບາຍປີການເງິນ ຢ່າງລະມັດລະວັງ ແລະ ຈຳກັດໄພເງິນເຟີ້.

ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ Valdis Dombrovskis ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, EU ຄວນມີນະໂຍບາຍປີການເງິນຢ່າງລະມັດລະວັງ, ຈຳກັດໄພເງິນເຟີ້ ພ້ອມກັນນັ້ນຕ້ອງຊ່ວຍເຫຼືອປະຊາຊົນ ແລະ ວິສາຫະກິດທີ່ຖືກຜົນສະທ້ອນຈາກ ສະພາບການວິກິດການ. ທຸກພື້ນຖານເສດຖະກິດເອີລົບລ້ວນແຕ່ພວມຜ່ານຜ່າ ໄລຍະທີ່ເຕັມໄປດ້ວຍສິ່ງທ້າທາຍຍ້ອນໄພເງິນເຟີ້ເພີ່ມຂຶ້ນສູງບັນລຸລະດັບສະຖິຕິ ຫຼື ບັນດາບັນຫາກ່ຽວກັບແຫຼ່ງສະໜອງພະລັງງານ. ດັ່ງນັ້ນ, ທ່ານຖືວ່າ ຄວນໃຫ້ບຸລິມະສິດ ລັກສະນະຍືນຍົງໃນນະໂຍບາຍປີການເງິນ ແລະ ໜ້າທີ່ຕ່າງໆຂອງທະນາຄານສູນກາງ ເອີລົບ (ECB) ຕ້ອງປະຕິບັດຕາມ ແລະ ໄພເງິນເຟີ້ຕ້ອງໄດ້ຮັບການຄວບຄຸມ.

ຕອບກັບ

ຂ່າວ/ບົດ​ອື່ນ