IMFຫລຸດການຄາດຄະເນລະດັບເຕີບໂຕເສດຖະກິດທົ່ວໂລກລົງ

IMFຫລຸດການຄາດຄະເນລະດັບເຕີບໂຕເສດຖະກິດທົ່ວໂລກລົງ - ảnh 1
(ພາບປະກອບ)

(vovworld) – ​ ​ ​ ວັນ​ທີ 19/07, ກອງ​ທຶນ​ເງິ​ນຕາ​ສາກົນ​ (IMF) ​ໄດ້​ຫລຸ​ດລົງ​ການ​ຄາດ​ຄະ​ເນ​ລະດັບ​ເສດຖະກິດ​ທົ່ວ​ໂລກ​ໃຫ້​ປີ​ 2016 ​ແລະ 2017 ລົງ,​ ຍົກ​ອອກ​ຜົນ​ກະທົບທີ່​ຫຍໍ້​ທໍ້ຈາກ​ເລື່ອງ​ປະຊາຊົນ ອັງກິດ ປ່ອນ​ບັດ​ຖອນ​ອອກ​ຈາກ​ສະຫະພາບ ​ເອີ​ລົບ (ອີ​ຢູ) ຫຼື ​ເອີ້ນ​ວ່າ Brexit. ຕາມ​ຄາດ​ຄະ​ເນ​ຄັ້ງ​ຫລ້າ​ສຸດ​ຂອງ IMF ​ແລ້ວ, ພື້ນຖານ​ເສດຖະກິດ​ໂລກ ຄາດວ່າຈະ​ເຕີບ​ໂຕ 3,1% ​ໃນ​ປີ 2016 ​ແລະ 3,4% ​ໃນ​ປີ 2017 ລ້ວນ​ແຕ່​ຫລຸດ​ລົງ 0,1% ​ເມື່ອ​ທຽບ​ໃສ່​ການຄາດ​ຄະ​ເນ​ກ່ອນໜ້າ​ນັ້ນ. ​​ແລະກໍ່ຕາມ IMF, Brexit ອາດ​ຈະ​ເຮັດ​ໃຫ້ການ​ເຕີບ​ໂຕ​ເສດຖະກິດ ອັງກິດ ຫລຸດ​ລົງ​ເກືອບ 1% ​ໃນ​ປີ 2017. IMF ​ເນັ້ນ​ໜັກ​ວ່າ: “ສະພາບ​ຂາດ​ສະຖຽນ​ລະ​ພາບ​ເພີ່ມ​ຂຶ້ນ ພາຍຫລັງ​ການ​ລົງ​ປະຊາ​ມະຕິຢູ່ ອັງກິດ ຊຶ່ງຄາດ​ຄະ​ເນຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດຊຸດ​ໂຊມ​ ພໍ​ສົມຄວນ”.

        ​ໃນ​ຂະນະ​ນັ້ນ, IMF ພັດຍົກ​ການຄາດ​ຄະ​ເນ​ລະດັບ​ເຕີບ​ໂຕ​ປີ 2016 ​ໃຫ້​ເຂດ​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟຣິກາ​ເໜືອ ພາຍຫລັງ​ການ​ຟື້ນ​ຟູ​ຂອງ​ລາຄາ​ນ້ຳມັນ, ​ແຕ່​ຍັງ​ຮັກສາ​ທັດສະນະລະມັດລະວັງ​​ໄວ້ສຳລັບ​ການ​ເຕີບ​ໂຕ​ຂອງ ຊະ​ອຸ​ດິ ອາຣາ​ເບຍ.

 

ຂ່າວ/ບົດ​ອື່ນ