ISວາງລະເບີດ2ຄັ້ງໃນຊາຍແດນຊີຣີ-ຕວກກີ

ISວາງລະເບີດ2ຄັ້ງໃນຊາຍແດນຊີຣີ-ຕວກກີ - ảnh 1
ການ​ບຸກ​ໂຈມ​ຕີ​ຂອງ IS
(ພາບ: AP)

(vovworld) – ​ ວັນ​ທີ 29/11, ​​ ເປັນ​ຄັ້ງ​ທຳ​ອິດ​ກຸ່ມ​ທະ​ຫານ​ກະ​ບົດ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ໄດ້​ດຳ​ເນີນ​ການ​ວາງ​ລະ​ເບີດ 2 ຄັ້ງ​ເພື່ອ​ແນ​ໃສ່​ປ້ອ​ມ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ຊາວ Kurd ຢູ່​ຊາຍ​ແດນ ຊີ​ຣີ - ຕວກ​ກີ, ເຊິ່ງ​ແມ່ນ​ສາຍ​ເຫດ​ພາ​ໃຫ້​ເກີດ​ບັນ​ດາ​ການ​ປະ​ທະ​ກັນ​ທີ່​ດຸ​ເດືອດ​ຢູ່​ເທດ​ສະ​ບານ Kobane. ບັນ​ດາ​ເຈົ້າ​ໜ້​າ​ທີ່​ຊາວ Kurd ແລະ ອົງ​ການ​ຕິດ​ຕາມກວດ​ກາ​ສິດ​ທິ​ມະ​ນຸດ ຊີ​ຣີ (SOHR) ໃຫ້​ຮູ້​ວ່າ: ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ 2 ຄັ້ງ​ດັ່ງ​ກ່າວ​ຂອງ IS ໄດ້​ດຳ​ເນີນ​ຈາກ ຕວກ​ກີ, ພາ​ໃຫ້​ເກີດ​ການ​ປະ​ທ​ະ​ກັນ​ຢ່າງ​ຮ້າຍ​ແຮງ​ລະ​ຫວ່າງ IS ແລະ ກອງປ້ອງ​​ກັນປະ​ຊາ​ຊົນ (YGP) - ກຳ​ລັງ​ຊາວ Kurd ພວມ​ຕໍ່​ສູ້​ໃນ​ກ່​ວາ 2 ເດືອນ​ຜ່ານ​ມາ​ເພື່ອ​ປ້ອງກັນ​ເທດ​ສະ​ບານ Kobane.

        ​ແລະກໍ່​ຕາມ SOHR ແລ້ວ, ບັນ​ດາ​ການ​ປະ​ທະ​ກັນ ແລະ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຢູ່ Kobane ໃນ​ຮອບ​ເວ​ລາ 24 ຊົ່ວ​ໂມງ​ຜ່ານ​ມາ​ໄດ້​ເຮັດ​ໃຫ້ 39 ຄົນ​ເສຍ​ຊີ​ວິດ, ໃນ​ນັ້ນ​ມີ​ນັກ​ຮົບຊາວ Kurd 11 ຄົນ ແລະ ທະ​ຫານ​ກະ​ບົດ IS 28 ຄົນ, ນັບ​ທັງ​ບັນ​ດາ​ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ດັ່ງ​ກ່າວ​ອີກ​ດ້ວຍ.


ຂ່າວ/ບົດ​ອື່ນ