VEPR:ການເຕີບໂຕຂອງເສດຖະກິດຫວຽດນາມໃນປີ2018ອາດຈະບັນລຸ6,65%

(VOVWORLD) -ການເຕີບໂຕ GDP ຂອງຫວຽດນາມ ປີ 2018 ຄາດວ່າບັນລຸລະດັບ 6,65%. ເຖິງຢ່າງໃດກໍຕາມ ພື້ນຖານເສດຖະກິດ ຍັງຄົງປະສົບສິ່ງທ້າທາຍຫລາຍຢ່າງເພື່ອບັນລຸລະດັບເຕີບໂຕນີ້. 

 ທີ່ການໂອ້ລົມສົນທະນາປະກາດບົດລາຍງານເສດຖະກິດມະຫາພາກໃນໄຕມາດ 4 ແລະ ທັງປີ 2017 ໂດຍສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍ (VEPR) ຈັດຕັ້ງໃນຕອນເຊົ້າວັນທີ 16 ມັງກອນ ຢູ່ ຮ່າໂນ້ຍ, ສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍ  ຖືວ່າ ປີ 2017 ອາດຈະໄດ້ຮັບຖືວ່າ ແມ່ນປີປະສົບຜົນສຳເລັດຂອງພື້ນຖານເສດຖະກິດ ຫວຽດນາມ ເມື່ອສຳເລັດ 13 ຄາດໝາຍເສດຖະກິດສັງຄົມ ໂດຍສະພາແຫ່ງຊາດວາງອອກ, ໃນນັ້ນ ການເຕີບໂຕເສດຖະກິດ GDP ທັງປະເທດບັນລຸ 6,81%, ສູງກວ່າຄາດໝາຍຊື່ງສະພາແຫ່ງຊາດວາງອອກແມ່ນ 6,7%. ໄພເງິນເຟີ້ໃນໄຕມາດ 4 ຂອງຫວຽດນາມ ມີຄວາມເປັນປົກກະຕິ. ສິ່ງດັ່ງກ່າວສ່ອງແສງໃຫ້ເຫັນນະໂຍບາຍເງິນຕາຂອງທະນາຄານແຫ່ງລັດແມ່ນມີໄຫວພິບ ແລະ ລະມັດລະວັງ ກໍ່ຄືຄວາມມານະພະຍາຍາມຂອງທຸກຂັ້ນໃນການຄວບຄຸມລາຄາຢູ່ທ້ອງຕະຫລາດ. ກຸ່ມຄົ້ນຄ້ວາຂອງສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍ ໄດ້ສັງເກດວ່າ ປີ 2018, ບັນດາການປະຕິຮູບລະບອບນະໂຍບາຍ ເພື່ອແນໃສ່ປັບປຸງສະພາບແວດລ້ອມການລົງທຶນໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ, ຫນູນຊ່ວຍຢ່າງຕັ້ງຫນ້າກວ່າໃຫ້ແກ່ການເຄື່ອນໄຫວທຸລະກິດໃນປີ.

ຕອບກັບ

ຂ່າວ/ບົດ​ອື່ນ