VOV ກະ​ກຽມ​ເງື່ອນ​ໄຂ​ຕ່າງໆ ຮັບ​ໃຊ້​ງານ​ສົບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໃຫ້​ເປັນ​ຢ່າງ​ດີ​ທີ່​ສຸດ

(VOVWORLD) -   ທ່ານຜູ້ອຳນວຍການໃຫຍ່ ໂດ໊ຕຽນສີ ສະເໜີໃຫ້ບັນດາຫົວໜ່ວຍຂອງ VOV ຕ້ອງສົ່ງຂ່າວກ່ຽວກັບພິທີຕ່າງໆໃນງານສົບໃຫ້ຢ່າງວ່ອງໄວ ແລະ ທັນການ; ພ້ອມທັງສ່ອງແສງໄດ້ນ້ຳໃຈ, ຄວາມເຄົາລົບນັບຖື, ຄວາມເສົ້າສະຫຼົດໃຈຂອງປະຊາຊົນທົ່ວປະເທດຕໍ່ການຈາກໄປຂອງການນຳຜູ້ປີຊາສາມາດ, ອຸທິດທັງຊີວິດຂອງຕົນເພື່ອປະຊາຊົນ. 
VOV ກະ​ກຽມ​ເງື່ອນ​ໄຂ​ຕ່າງໆ ຮັບ​ໃຊ້​ງານ​ສົບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໃຫ້​ເປັນ​ຢ່າງ​ດີ​ທີ່​ສຸດ - ảnh 1ຜູ້ອຳນວຍການໃຫຍ່ VOV ພ້ອມດ້ວຍຜູ້ຕາງໜ້າບັນດາອົງການກ່ຽວຂ້ອງຂອງ VOV ປຶກສາຫາລື, ກະກຽມເພື່ອຮັບໃຊ້ການສື່ສານກ່ຽວກັບງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ 

ເພື່ອກະກຽມຮັບໃຊ້, ຮັບປະກັນວຽກງານການສື່ສານກ່ຽວກັບງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນລະຫວ່າງວັນທີ 25 – 26 ກໍລະກົດ, ໃນຄື້ນ, ພື້ນຖານດີຈີຕອນຕ່າງໆຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV), ວັນທີ 23 ກໍລະກົດ, ທ່ານ ໂດ໊ຕຽນສີ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ລົງກວດກາ, ເຮັດວຽກ ແລະ ມອບໜ້າທີ່ໃຫ້ຫົວໜ່ວຍຈຳນວນໜຶ່ງຂອງ VOV.

        ທ່ານຜູ້ອຳນວຍການໃຫຍ່ ໂດ໊ຕຽນສີ ສະເໜີໃຫ້ບັນດາຫົວໜ່ວຍຂອງ VOV ຕ້ອງສົ່ງຂ່າວກ່ຽວກັບພິທີຕ່າງໆໃນງານສົບໃຫ້ຢ່າງວ່ອງໄວ ແລະ ທັນການ; ພ້ອມທັງສ່ອງແສງໄດ້ນ້ຳໃຈ, ຄວາມເຄົາລົບນັບຖື, ຄວາມເສົ້າສະຫຼົດໃຈຂອງປະຊາຊົນທົ່ວປະເທດຕໍ່ການຈາກໄປຂອງການນຳຜູ້ປີຊາສາມາດ, ອຸທິດທັງຊີວິດຂອງຕົນເພື່ອປະຊາຊົນ. ທ່ານຜູ້ອຳນວຍການໃຫຍ່ ໂດ໊ຕຽນສີ ເນັ້ນໜັກວ່າ:

        “ກົມການເມືອງ, ພິເສດແມ່ນຄະນະຈັດຕັ້ງງານສົບລະດັບຊາດ ໄດ້ມອບໝາຍໜ້າທີ່ໂດຍກົງໃຫ້ບັນດາອົງການສື່ມວນຊົນຫຼັກແຫຼ່ງ, ໃນນັ້ນ ມີ VOV, ຖືວ່ານີ້ແມ່ນຄວາມເປັນກຽດ ແລະ ຄວາມພາກພູມໃຈເປັນຢ່າງຍິ່ງ, ເພາະວ່ານີ້ແມ່ນໜ້າທີ່ການເມືອງຈຸດສຸມຂອງເດືອນກໍລະກົດນີ້, ແລະ ກໍແມ່ນຂອງປີນີ້, ຂອງອະຍຸການນີ້. ນີ້ແມ່ນໂອກາດທີ່ດີເພື່ອໃຫ້ພວກເຮົາສະແດງຄວາມຮູ້ບຸນບຸນຕໍ່ພັກ, ລັດ, ພິເສດແມ່ນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ”.


ຕອບກັບ

ຂ່າວ/ບົດ​ອື່ນ