WHO ດຳ​ເນີນ ບັ້ນ​ຍົກ​ຍ້າຍ​​ຂອບ​ຄົ​ນ​ເຈັບ​ຢູ່​ເຂດ​ກາ​ຊາດ້ວຍ​ຂອບຂະ​ໜາດ​ໃຫຍ່​

(VOVWORLD) - ທ່ານ Richard Peeperkorn, ຜູ້ຕາງໜ້າຂອງ WHO ຢູ່ເຂດແດນດິນ ປາແລັດສະຕິນ ຖືກຢຶດຄອງ ໃຫ້ຮູ້ວ່າ ນີ້ແມ່ນການຍົກຍ້າຍຈຳນວນຄົນເຈັບຫຼາຍທີ່ສຸດ ອອກຈາກເຂດກາຊາ ນັບແຕ່ເດືອນຕຸລາ 2023. 
WHO ດຳ​ເນີນ ບັ້ນ​ຍົກ​ຍ້າຍ​​ຂອບ​ຄົ​ນ​ເຈັບ​ຢູ່​ເຂດ​ກາ​ຊາດ້ວຍ​ຂອບຂະ​ໜາດ​ໃຫຍ່​   - ảnh 1ບັນດາຄົນເຈັບໄດ້ຮັບການຍົກຍ້າຍ (ພາບ: AFP/TTXVN)

ມີຄົນເຈັບເກືອບ 100 ຄົນ, ໃນນັ້ນມີເດັກນ້ອຍນັບສິບຄົນ, ໂດຍອົງການອະນາໄມໂລກ (WHO) ໄດ້ຍົກຍ້າຍອອກຈາກກາຊາ ໄປຍັງ ສະຫະລັດ ອາຣັບ ເອມີເລດ (UAE)ໃນວັນທີ 11 ກັນຍາ. WHO  ກໍ່ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງ ສ້າງເງື່ອນໄຂເຊື່ອມຕໍ່ບັນດາການເຄື່ອນໄຫວຂົນສົ່ງທາງການແພດອອກຈາກເຂດກາຊາເປັນປະຈຳ.

ທ່ານ Richard Peeperkorn, ຜູ້ຕາງໜ້າຂອງ WHO ຢູ່ເຂດແດນດິນ ປາແລັດສະຕິນ ຖືກຢຶດຄອງ ໃຫ້ຮູ້ວ່າ ນີ້ແມ່ນການຍົກຍ້າຍຈຳນວນຄົນເຈັບຫຼາຍທີ່ສຸດ ອອກຈາກເຂດກາຊາ ນັບແຕ່ເດືອນຕຸລາ 2023. ເຈົ້າໜ້າທີ່ທ່ານນີ້ເນັ້ນໜັກວ່າ ກາຊາ ຕ້ອງມີແລວທາງການແພດ, ເຊິິ່ງແມ່ນລະບົບໄດ້ຮັບການຈັດຕັ້ງ ແລະ ຮັກສາໃຫ້ເປັນຢ່າງດີກວ່າ. WHO ຄາດວ່າ ມີຄົນເຈັບກ່ວາ 10.000 ຄົນ ພວມລໍຄອຍໄດ້ຍົກຍ້າຍອອກຈາກເຂດກາຊາ.

WHO ໃຫ້ຮູ້ວ່າ ມີ 17 ໃນຈຳນວນ 36 ໂຮງໝໍຢູ່ເຂດກາຊາ ຍັງເຄື່ອນໄຫວແຕ່ກໍ່ບໍ່ມີການບໍລິການຢ່າງພຽງພໍ ໃນຂະນະທີ່ບັນດາການບໍລິການປິ່ນປົວເບື້ອງຕົ້ນຖືກຂາດວັກຂາດຕອນເປັນປະຈຳ ຫຼື ບໍ່ສາມາດປະຕິບັດຍ້ອນສະພາບການຂາດຄວາມໝັ້ນຄົງ, ການບຸກໂຈມຕີ ແລະ ການຍົກຍ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ