ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 56 ຢູ່ ລາວ

(VOVWORLD) - ວັນທີ 17 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ ຂອງ ລາວ, ໄດ້ຈັດພິທີໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ມະໄລທອງ ກົມມະສິດ, ພ້ອມດ້ວຍລັດຖະມົນຕີເສດຖະກິດບັນດາປະເທດສະມາຊິກ ອາຊຽນ ແລະ Timor Leste.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 56 ຢູ່ ລາວ - ảnh 1ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ຢູ່ ລາວ (ພາບ: TTXVN)

ກອງປະຊຸມໄດ້ດຳເນີນໃນສະພາບການໂລກ ແລະ ພາກພື້ນພວມມີການຜັນແປຢ່າງສັບສົນ, ພິເສດແມ່ນສະພາບການເສດຖະກິດ ແລະ ການເງິນໃນພາກພື້ນ ແລະ ໃນໂລກ ສືບຕໍ່ປະເຊີນໜ້າກັບຄວາມຂາດສະຖຽນລະພາບ, ຮຽກຮ້ອງໃຫ້ບັນດາປະເທດ ອາຊຽນ ຕ້ອງເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືຢ່າງແໜ້ນແຟ້ນ ເພື່ອຊອກຫາບັນດາມາດຕະການເໝາະສົມ ແກ້ໄຂບັນດາສິ່ງທ້າທາຍນີ້ ແລະ ກຽມພ້ອມປະຕິບັດຄຳຂວັນຂອງ ອາຊຽນ ໃນປີ 2024 ນັ້ນແມ່ນ “ອາຊຽນ: ຊຸກຍູ້ການເຊື່ອມຕໍ່ ແລະ ສ້າງຄວາມເຂັ້ມແຂງໂດຍຕົນເອງ”.

        ໃນກອງປະຊຸມດັ່ງກ່າວ, ບັນດາຜູ້ແທນກໍໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາພົ້ນເດັ່ນ ເພື່ອແນໃສ່ນຳພາກພື້ນ ອາຊຽນ ກາຍເປັນພາກພື້ນດຶງດູດການລົງທຶນຕ່າງປະເທດ ແລະ ກຽມພ້ອມຮັບມືກັບການສະພາບການຜັນແປໃນປັດຈຸບັນ.

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 56 ຢູ່ ລາວ - ảnh 2ບັນດາຜູ້ແທນເຂົ້າຮ່ວມພິທີໄຂກອງປະຊຸມອົງການຝລັ່ງ ໂກໂຟນີ ອາຊຽນ (ພາບ: TTXVN)

ໃນວັນດຽວກັນ, ຢູ່ນະຄອນຫຼວງ ວຽງຈັນ, ກໍໄດ້ຈັດພິທີໄຂກອງປະຊຸມອົງການຝລັ່ງ ໂກໂຟນີ ອາຊຽນ  ເພື່ອປະກອບຄຳເຫັນ, ປຶກສາຫາລື ແລະ ແລກປ່ຽນກ່ຽວກັບທັດສະນະຕົວຈິງ ແລະ ເໝາະສົມ ເພື່ອແນໃສ່ເພີ່ມທະວີການສ້າງສາຍພົວພັນ ແລະ ຮ່ວມມືໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ