ກົມການເມືອງປະກອບຄຳເຫັນກ່ຽວກັບມະຕິພັດທະນານະຄອນ ຫາຍຟ່ອງ, ແຜນຮ່າງສ້າງຕັ້ງນະຄອນ ເຫ້ວ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ສະເໜີໃຫ້ທາງນະຄອນ ສືບຕໍ່ຄົ້ນຄວ້າ, ປະຕິບັດຢ່າງມີປະສິດທິຜົນມະຕິເລກທີ 45 ຕິດພັນກັບມະຕິເລກທີ 30 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດ, ສັງຄົມ
ກົມການເມືອງປະກອບຄຳເຫັນກ່ຽວກັບມະຕິພັດທະນານະຄອນ ຫາຍຟ່ອງ, ແຜນຮ່າງສ້າງຕັ້ງນະຄອນ ເຫ້ວ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 13 ກັນຍາ, ຢູ່ສຳນັກງານສູນກາງພັກ, ກົມການເມືອງໄດ້ຈັດກອງປະຊຸມປະກອບຄຳເຫັນກ່ຽວກັບ: ແຜນຮ່າງສະຫຼຸບເບື້ອງຕົ້ນ 5 ປີແຫ່ງການປະຕິບັດມະຕິເລກທີ 45 ຂອງກົມການເມືອງ, ຊຸດທີ 12 ກ່ຽວກັບການສ້າງ ແລະ ພັດທະນານະຄອນ ຫາຍຟ່ອງ ຮອດປີ 2030, ວິໄສທັດຮອດປີ 2045.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ສະເໜີໃຫ້ທາງນະຄອນ ສືບຕໍ່ຄົ້ນຄວ້າ, ປະຕິບັດຢ່າງມີປະສິດທິຜົນມະຕິເລກທີ 45 ຕິດພັນກັບມະຕິເລກທີ 30 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດ, ສັງຄົມ ແລະ ການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳແດງຮອດປີ 2030, ວິໄສທັດຮອດປີ 2045 ເພື່ອເປັນເອກະພາບ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດ, ທີ່ຕັ້ງ, ຄວາມສຳຄັນຂອງນະຄອນ ຫາຍຟ່ອງ ແລະ ເຂດທົ່ງພຽງແມ່ນ້ຳແດງ. ພ້ອມກັນນັ້ນ, ຕ້ອງຄົ້ນຄວ້າປະກາດໃຊ້ບັນດາກົນໄກ, ນະໂຍບາຍພິເສດສະເພາະ ມີລັກສະນະບຸກທະລຸ ສອດຄ່ອງກັບສະພາບຕົວຈິງໃນການພັດທະນາຂອງນະຄອນ ຫາຍຟ່ອງ ແລະ ສືບຕໍ່ຍູ້ແຮງວິວັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບຮູບແບບການເຕີບໂຕ; ພັດທະນາເສດຖະກິດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ກົມການເມືອງໄດ້ປຶກສາຫາລື ແລະ ເປັນເອກະພາບໂດຍພື້ນຖານແຜນການສ້າງຕັ້ງນະຄອນ ເຫ້ວ ຂຶ້ນກັບສູນກາງ, ເຫັນດີຍື່ນສະເໜີຕໍ່ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 10 ເພື່ອປະກອບຄຳເຫັນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ໃສ່ໃຈວ່າ, ເລື່ອງສ້າງຕັ້ງນະຄອນ ເຫ້ວ ຂຶ້ນກັບສູນກາງບົນພື້ນຖານແຂວງ ເທື່ອທຽນ ເຫ້ວ ມີຄວາມໝາຍທາງດ້ານການເມືອງສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ