ກວ່າ 50% ຈຳ​ນວນພົນ​ລະ​ເມືອງ EU ສະ​ໜັບ​ສະ​ໜູນ​ການ​ເປີດກວ້າງ​​ກຸ່ມ

(VOVWORLD) -  ການສຳຫຼວດກໍຊີ້ໃຫ້ເຫັນວ່າ 37% ຈຳນວນຜູ້ຖືກຖາມຖືວ່າ ເລື່ອງເປີດກວ້າງ EU ຈະຊ່ວຍເພີ່ມທະວີຜົນກະທົບຂອງກຸ່ມ, ພ້ອມທັງປັບປຸງຕະຫຼາດເອີຣົບ. ນອກຈາກນັ້ນ, 30% ຖືວ່າ ການເປີດກວ້າງກຸ່ມຈະເຮັດໃຫ້ນ້ຳໃຈສາມັກຄີຂອງບັນດາປະເທດສະມາຊິກເພີ່ມຂຶ້ນ.

ການສຳຫຼວດຄັ້ງຫຼ້າສຸດໃຫ້ຮູ້ວ່າ 56% ຈຳນວນພົນລະເມືອງສະຫະພາບເອີຣົບ (ອີຢູ) ສະໜັບສະໜູນນະໂຍບາຍຂະຫຍາຍກຸ່ມ. ຕາມໝາກຜົນການສຳຫຼວດໂດຍ Eurobarometer ປະຕິບັດແລ້ວ, ບັນດາປະເທດສະມາຊິກ EU ມີອັດຕາປະຊາຊົນສະໜັບສະໜູນສູງສຸດແມ່ນ ຊູແອັດ (79%), ແດນມາກ (75%) ແລະ ລິດວາ (74%). ກົງກັນຂ້າມ, ບັນດາປະເທດທີ່ມີອັດຕາຕ່ຳສຸດແມ່ນ ໂອຕາລິດ (45%), ສ.ເຊັກໂກ (43%) ແລະ ຝລັ່ງ (43%).

        ການສຳຫຼວດກໍຊີ້ໃຫ້ເຫັນວ່າ 37% ຈຳນວນຜູ້ຖືກຖາມຖືວ່າ ເລື່ອງເປີດກວ້າງ EU ຈະຊ່ວຍເພີ່ມທະວີຜົນກະທົບຂອງກຸ່ມ, ພ້ອມທັງປັບປຸງຕະຫຼາດເອີຣົບ. ນອກຈາກນັ້ນ, 30% ຖືວ່າ ການເປີດກວ້າງກຸ່ມຈະເຮັດໃຫ້ນ້ຳໃຈສາມັກຄີຂອງບັນດາປະເທດສະມາຊິກເພີ່ມຂຶ້ນ.

        ເຖິງຢ່າງໃດກໍຕາມ, ທ່ານນາງ Corina Stratulat, ຮອງຜູ້ອຳນວຍການສູນກາງນະໂຍບາຍເອີຣົບ, ຖືວ່າ ພຽງແຕ່ມີການສະໜັບສະໜູນຂອງ ປະຊາຊົນແມ່ນຍັງບໍ່ຄົບ, ແຕ່ຕ້ອງມີຄຳໝັ້ນສັນຍາດ້ານການເມືອງ ເພື່ອຊຸກຍູ້ວິວັດທະນາການນີ້.


ຕອບກັບ

ຂ່າວ/ບົດ​ອື່ນ