ກອງ​ທຶນ​ແຖວ​ໜ້າ ອາ​ເມ​ລິ​ກາ ຢາກ​ສືບ​ຕໍ່​ເປີດກວ້າງ​ການ​ລົງ​ທຶນ​ເຂົ້າ ຫວຽດ​ນາມ

(VOVWORLD) - ທ່ານ Charles R.Kaye ຕີລາຄາສູງຕໍ່ພື້ນຖານເສດຖະກິດມະຫາພາກຂອງ ຫວຽດນາມ ທີ່ເປັນປົກກະຕິ, ພ້ອມທັງໃຫ້ຄຳໝັ້ນສັນຍາ ເປີດກວ້າງການລົງທຶນຂອງ ກອງທຶນດັ່ງກ່າວ ເຂົ້າ ຫວຽດນາມ ໃນໄລຍະຈະມາເຖິງ.
ກອງ​ທຶນ​ແຖວ​ໜ້າ ອາ​ເມ​ລິ​ກາ ຢາກ​ສືບ​ຕໍ່​ເປີດກວ້າງ​ການ​ລົງ​ທຶນ​ເຂົ້າ ຫວຽດ​ນາມ - ảnh 1ບັນຍາກາດການຕ້ອນຮັບ (ພາບ: VOV)

ຕອນເຊົ້າວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ໄດ້ໃຫ້ການຕ້ອນຮັບທ່ານ Charles R.Kaye, ຜູ້ອຳນວຍການຝ່າຍບໍລິຫານ Warburg Pincus (ອາເມລິກາ), ໜຶ່ງໃນບັນດາກອງທຶນແຖວໜ້າຂອງ ອາເມລິກາ. ທີ່ການຕ້ອນຮັບ, ທ່ານ Charles R.Kaye ໃຫ້ຮູ້ວ່າ ກອງທຶນ Warburg Pincus ໄດ້ເຄື່ອນໄຫວຢູ່ ຫວຽດນາມ ເປັນເວລາ 10 ປີ ຢ່າງສຳເລັດຜົນ, ດ້ວຍຍອດເງິນລົງທຶນກວ່າ 2 ຕື້ USD ເພື່ອສ້າງ ແລະ ພັດທະນາວິສາຫະກິດໃຫຍ່ຫຼາຍແຫ່ງ. ທ່ານ Charles R.Kaye ຕີລາຄາສູງຕໍ່ພື້ນຖານເສດຖະກິດມະຫາພາກຂອງ ຫວຽດນາມ ທີ່ເປັນປົກກະຕິ, ພ້ອມທັງໃຫ້ຄຳໝັ້ນສັນຍາ ເປີດກວ້າງການລົງທຶນຂອງ ກອງທຶນດັ່ງກ່າວ ເຂົ້າ ຫວຽດນາມ ໃນໄລຍະຈະມາເຖິງ ແລະ ໃຫ້ຮູ້ວ່າ ປັດຈຸບັນ, ມີວິສາຫະກິດໃຫຍ່ຫຼາຍແຫ່ງຂອງ ອາເມລິກາ  ມີຄວາມສົນໃຈຕໍ່ການລົງທຶນເຂົ້າ ຫວຽດນາມ.

        ທ່ານຮອງນາຍົກລັດຖະມົນຕີ ເລມິງຂາຍ ຊົມເຊີຍຄຳໝັ້ນສັນຍາຂອງກອງທຶນ Warburg Pincus, ພ້ອມທັງປາດຖະໜາວ່າ ກອງທຶນນີ້ ຈະສືບຕໍ່ຄົ້ນຄວ້າ, ເປີດກວ້າງການພົວພັນຄູ່ຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ, ການລົງທຶນເຂົ້າບັນດາໂຄງການໃໝ່ຢ່າງສຳເລັດ, ສືບຕໍ່ເປັນຂົວຕໍ່ເພື່ອນຳບັນດານັກລົງທຶນ ອາເມລິກາ ເວົ້າສະເພາະ ແລະ ຕ່າງປະເທດເວົ້າລວມ ມາລົງທຶນຢູ່ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ