ກອງທັບ ຟີລິບປີນ ເພີ່ມທະວີການກວາດລ້າງພວກທະຫານກະບົດ NPA

(VOVWORLD) - ວັນທີ 26 ພະຈິກ, ຫົວໜ້າເສນາທິການບັນດາກຳລັງປະກອບອາວຸດ ຟີລິບປີນ, ທ່ານພົນຕີ Rey Leonardo Guerrero ໄດ້ອອກຄຳສັ່ງໃຫ້ພົນທະຫານກວາດລ້າງບັນດາມືປືນ “ກອງທັບປະຊາຊົນໃໝ່” (NPA) 
ກອງທັບ ຟີລິບປີນ ເພີ່ມທະວີການກວາດລ້າງພວກທະຫານກະບົດ NPA - ảnh 1ພົນທະຫານ ຟີລິບປີນ

ພວມສືບຕໍ່ຕ້ານລັດຖະບານ. ທ່ານພົນຕີ Rey Leonardo Guerrero ອອກຄຳສັ່ງໃຫ້ກອງທັບ ເພີ່ມທະວີບັນດາບັ້ນຮົບການທະຫານ ເພື່ອແນໃສ່ດັບສູນ NPA ແລະ ປົກປ້ອງປະຊາຊົນຈາກລັດທິກໍ່ການຮ້າຍ. ປັດຈຸບັນ ຍັງມີມືປືນ NPA ປະມານ 3.800 ຄົນສືບຕໍ່ສູ້ຮົບ, ເປັນຕົ້ນແມ່ນຢູ່ບັນດາແຂວງທີ່ທຸກຍາກທີ່ສຸດຂອງ ຟີລິບປີນ.

        ກ່ອນໜ້ານັ້ນ, ວັນທີ 23 ພະຈິກ, ທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte ໄດ້ເຊັນຖະແຫຼງການ ຢຸດຕິການເຈລະຈາກັບບັນດາກຸ່ມປະກອບອາວຸດຢູ່ປະເທດນີ້ຢ່າງເປັນທາງການ, ອັດຄວາມຫວັງຢຸດຕິສະພາບການປະທະກັນ ທີ່ແກ່ຍາວມາເປັນເວລາເຄິ່ງສະຕະວັດທີ່ຜ່ານມາຢູ່ ຟີລິບປິນ ໄວ້ໂດຍຜ່ານການເຈລະຈາ ໄດ້ເຫັດໃຫ້ 30.000 ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ