ກອງປະຊຸມຄັ້ງທີ5ຄະນະກຳມະການປະສົມຫວຽດນາມ-ສເກົາຫລີສຳເລັດຢ່າງຈົບງາມ

ກອງປະຊຸມຄັ້ງທີ5ຄະນະກຳມະການປະສົມຫວຽດນາມ-ສເກົາຫລີສຳເລັດຢ່າງຈົບງາມ - ảnh 1

ຫວູ​ຮູຍ​ຮ່​ວາງ, ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 5
ພາບ:moit.gov.vn

 (vovworld)-​ ​ວັນ​ທີ 9/12, ​ທ່ານ ຫວູ​ຮູຍ​ຮ່​ວາງ, ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ນຳ​ຫນ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 5 ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຫວຽດ​ນາມ-ສ​ເກົາ​ຫລີ ກ່ຽວ​ກັບ​ການ​ຮ່ວມ​ມື​ໄຟ​ຟ້າ​ນິວ​ເຄຼຍ, ອຸດ​ສາ​ຫະ​ກຳ, ພະ​ລັງ​ງານ ແລະ ການ​ຄ້າ​ຢູ່ ນະ​ຄອນ​ຫລວງ ເຊີ​ອູນ ປະ​ເທດ ສ​ເກົາ​ຫລີ. ກອງ​ປະ​ຊຸມ​ໄດ້​ປະ​ກອບ​ສ່ວນ​ຫັນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ອຸດ​ສາ​ຫະ​ກຳ ແລະ ພະ​ລັງ​ງານ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ໝາກ​ຜົນ​ກອງ​ປະ​ຊຸມກ​ໍ​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ລາຍ​ງານ​ຕໍ່​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ເກົາ​ຫລີ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫລີ​ມ​ສະ​ຫລອງ 25 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ - ສ​ເກົາ​ຫລີ (1898-2014) ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແຕ່​ວັນ​ທີ 10-12/12.

 

 

 

ຂ່າວ/ບົດ​ອື່ນ