ກອງປະຊຸມຄະນະບໍລິຫານງານ ສະມາຄົມຊາວໜຸ່ມຫວຽດນາມ ຄັ້ງທີ 9
ພາບປະກອບ
(vovworld) – ກອງປະຊຸມຄະນະບໍລິຫານງານ ສະມາຄົມຊາວໜຸ່ມຫວຽດນາມ ຄັ້ງທີ 9 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 23/12 ຢູ່ຮ່າໂນ້ຍ. ກ່າວຄວາມເຫັນທີ່ກອງປະຊຸມ. ທ່ານ ຫງວຽນດັກວິງ, ເລຂາທີໜຶ່ງສູນກາງຊາວໜຸ່ມຖືວ່າ, ການເຄືອ່ນໄຫວຂອງ ສະມາຄົມຊາວໜຸ່ມຫວຽດນາມ ໃນປີ 2013 ນັບມື້ນັບເລິກເຊິ່ງ, ປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງສະມາຄົມ, ຢືນຢັນທີ່ຕັ້ງສຳຄັນຂອງສະມາຄົມໃນຄວາມສາມັກຄີ, ເຕົ້າໂຮມຊາວໜຸ່ມ, ເສີມຂະຫຍາຍກຳລັງແຮງແຫ່ງຄວາມສາມັກຄີຂອງຊາວໜຸ່ມໃນໄລຍະຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ກ່ຽວກັບທິດທາງໜ້າທີ່ຂອງ ສະມາຄົມຊາວໜຸ່ມຫວຽດນາມ ໃນປີ 2014. ທ່ານ ຫງວຽນດັກວິງ, ໃຫ້ຮູ້ວ່າ:
“ປີ 2014, ກຳມະການສູນກາງສະມາຄົມຊາວໜຸ່ມ ຄວນຄົ້ນຄ້ວາເພີ່ມເຕີມຄາດໝາຍປະຕິບັດປີຊາວໜຸ່ມອາສາສະໝັກ. ຈົ່ງມີຫຼາຍມາດຕະການກວ່າອີກ ເພື່ອຢັ້ງຢືນບົດບາດຂອງ ສະມາຄົມຊາວໜຸ່ມຫວຽດນາມ ໃນການເຂົ້າຮ່ວມໜ້າທີ່ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເຊື່ອມໂຍງກັບສາກົນ. “