(VOVWORLD) - ທີ່ກອງປະຊຸມ, ສູນກາງພັກສຸມໃສ່ປຶກສາຫາລື, ພິຈາລະນາ ແລະ ຕົກລົງບັນດາບັນຫາ
(ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ)
|
ຕອນເຊົ້າວັນທີ 25 ພະຈິກ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ໄດ້ໄຂຂຶ້ນຢ່າງສົມກຽດ. ກອງປະຊຸມຈະພິຈາລະນາຫຼາຍເນື້ອໃນສຳຄັນ.
ທີ່ກອງປະຊຸມ, ສູນກາງພັກສຸມໃສ່ປຶກສາຫາລື, ພິຈາລະນາ ແລະ ຕົກລົງບັນດາບັນຫາ, ຄື: ແຜນນະໂຍບາຍປະຕິບັດ ແລະ ສະຫຼຸບມະຕິເລກທີ 18 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບບາງບັນຫາສືບຕໍ່ປ່ຽນແປງໃໝ່ສັບຊ້ອນກົງຈັກຂອງລະບົບການເມືອງຢ່າງກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ມີປະສິດທິຜົນ; ຟື້ນຟູການປະຕິບັດໂຄງການໄຟຟ້ານິວເຄຼຍ ຫວຽດນາມ… ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ, ຊີ້ແຈ້ງວ່າ:
“ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ໃນນັ້ນ, ມີບັນດາທ່ານອະດີດການນຳພັກ, ລັດ ລ້ວນແຕ່ເຫັນດີ, ສະໜັບສະໜູນຢ່າງແຮງ ແລະ ປາດຖະໜາຢາກໃຫ້ແຜນນະໂຍບາຍດັ່ງກ່າວໄດ້ປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ, ມີແບບມີແຜນ, ສ້າງບາດກ້າວບຸກທະລຸກ່ຽວກັບການຈັດຕັ້ງກົງຈັກໃຫ້ມີລັກສະນະປະຕິວັດ, ຕອບສະໜອງຄວາມຮຽກຮ້ອງໃນພາກຕົວຈິງ”.
ເມື່ອເຕື້ອງເຖິງແຜນນະໂຍບາຍຟື້ນຟູການປະຕິບັດການຄົ້ນຄວ້າ, ຜັນຂະຫຍາຍໄຟຟ້ານິວເຄຼຍ ແລະ ໂຮງງານນິວເຄຼຍຢູ່ແຂວງ ນິງທ້ວນ ຄືນໃໝ່, ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ, ການພັດທະນາພື້ນຖານໂຄງລ່າງພະລັງງານແຫ່ງຊາດແມ່ນບັນຫາສຳຄັນ ຕ້ອງໄປກ່ອນບາດກ້າວໜຶ່ງເພື່ອຊຸກຍູ້ເສດຖະກິດ, ສັງຄົມພັດທະນາ.