ກອງປະຊຸມຄະນະປະຈຳສະພາແຫ່ງຊາດ:ປະຕິບັດກົດລະບຽບວິໄນດ້ານການເງິນຢ່າງເຂັ້ມງວດ

ກອງປະຊຸມຄະນະປະຈຳສະພາແຫ່ງຊາດ:ປະຕິບັດກົດລະບຽບວິໄນດ້ານການເງິນຢ່າງເຂັ້ມງວດ - ảnh 1
ສືບ​ຕໍ່​ລາຍ​ການວາ​ລະ​​ປະ​ຊຸມ​ ທີ 2

(vovworld) – ໂດຍ​ສືບ​ຕໍ່​ລາຍ​ການວາ​ລະ​​ປະ​ຊຸມ​ ທີ 2, ຕອນ​ເຊົ້າ ​ວັນ​ທີ 16/8, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ເຫັນ​ດີ​ຕໍ່​ຂໍ້​ສະ​ເໜີ ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ນຳ​ໃຊ້​ແຫ່ງ​ທຶນ​ພັນ​ທະ​ບັດ​ລັດ​ຖະ​ບານ​ສຳ​ຮອງ ໄລ​ຍະ 2012-2015 ຂອງ​ໂຄງ​ການ​ໜອງ​ຕ໊າ​ແຈັກ ໃຫ້​ແກ່​ການ​ຊົດ​ເຊີຍ, ຍົກຍ້າຍ​ປະ​ຊາ​ຊົນ​ໄປ​ຕັ້ງ​ພູມ​ລຳ​ເນົາ​ຄົງ​ທີ່. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ ຈຳ​ເປັນ​ຕ້ອງ​ປະ​ຕິ​ບັດ​ກົດ​ລະ​ບຽບ​ວິ​ໄນ​​ດ້ານການ​ເງິນ ຢ່າງ​ເຂັ້ມ​ງວດ, ເພື່ອ​ໃຫ້ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ລົງ​ທຶນ​ຂອງ​ລັດມີ​ປະ​ສິດ​ທິ​ຜົນ.

        ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ​ໄດ້ໃຫ້​ຄຳ​ເຫັນ​ ກ່ຽວ​ກັບ​ໃບ​ສະ​ເໜີ ຂອງ​ລັດ​ຖະ​ບານ ກ່ຽວ​ກັບການ​ປັບ​ປຸງ​ແຜນ​ທຶນ​ຕ່າງ​ປະ​ເທດ ປີ 2016 ຕາມ​ນັ້ນ​ແລ້ວ, ລັດ​ຖະ​ບານ​ສະ​ເໜີ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ອະ​ນຸ​ຍາດ​ໃຫ້​ດັດ​ສົມ​ແຜນ​ທຶນ​ຕ່າງ​ປະ​ເທດ ປີ 2016. ຕາມ​ມະ​ຕິ ເລກ​ທີ 101, ສະ​ພາ​ຊາດ​ທີ 13, ​ຍອດຈຳ​ນວນ​ທຶນ​ຕ່າງ​ປະ​ເທດ​ປີ 2016 ແມ່ນ 50 ພັນ​ຕື້​ດົ່ງ, ສະ​ ພາ​ແຫ່ງ​ຊາດ ໄດ້ຈັດ​ແບ່ງ ລະ​ອຽດໃຫ້​ບັນ​ດາ​ທ້ອງ​ຖິ່ນ​ແມ່ນ 48.700 ຕື້​ດົ່ງ, ຈົ່ງໄວ​ສຳ​ຮອງ 1300 ຕື້​ດົ່ງ ຍັງ​ບໍ່​ໄດ້​ຈັດ​ແບ່ງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຮອດ​ໝົດ ເດືອນ 5 ປີນີ້, ອັດ​ຕາ​ປ່ອຍ​ເງິນ​  ​ບັນ​ລຸ​ໄດ້ພຽງ 36% ຕາມ​ແຜນ​ການ​ເທົ່າ​ນັ້ນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ