ກອງປະຊຸມທົ່ວປະເທດກ່ຽວກັບໂຄງການວິທະຍາສາດເຕັກໂນໂລຢີ ຮັບໃຊ້ການກໍ່ສ້າງຊົນນະບົດໃໝ່

(VOVWORLD) -ຕອນເຊົ້າວັນທີ 06 ສິງຫາ, ຢູ່ແຂວງຫວິງຟຸກ, ກະຊວງກະສິກຳ ແລະພັດທະນາຊົນລະບົດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດ ກ່ຽວກັບໂຄງການວິທະຍາສາດເຕັກໂນໂລຢີຮັບໃຊ້ການກໍ່ສ້າງຊົນນະບົດໃໝ່, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້.

ກອງປະຊຸມທົ່ວປະເທດກ່ຽວກັບໂຄງການວິທະຍາສາດເຕັກໂນໂລຢີ ຮັບໃຊ້ການກໍ່ສ້າງຊົນນະບົດໃໝ່ - ảnh 1(ພາບປະກອບ: tapchituyengiao) 

ກອງປະຊຸມໄດ້ຈັດຕັ້ງເພື່ອແນໃສ່ຊອກຫາບັນດາກຸ່ມມາດຕະການເພື່ອຍົກສູງກໍາລັງຄວາມສາມາດໃຫ້ແກ່ຊາວກະສິກອນ; ພັດທະນາກໍາລັງຄວາມສາມາດຂອງແມ່ຍິງເຂດຊົນນະບົດ; ເສີມຂະຫຍາຍບົດບາດຂອງສະມາຄົມຊາວກະສິກອນ; ກໍ່ສ້າງ ແລະ ຍົກສູງຄຸນນະພາບການເຄື່ຶອນໄຫວຂອງບັນດາກອງທຶນຊ່ວຍເຫຼືອຊາວກະສິກອນ; ເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງ ແລະ ໝູ່ຄະນະອາສາສະໝັກ; ເພີ່ມທະວີບັນດາມາດຕະການກ່ຽວກັບການສື່ສານ. ຜ່ານນັ້ນ, ສ້າງເງື່ອນໄຂໃຫ້ວິສາຫະກິດສໍາຜັດກັບບັນດາຜະລິດຕະພັນວິທະຍາສາດ ແລະ ເຕັກໂນໂລຢີໄວທີ່ສຸດ, ດ້ວຍຄ່າໃຊ້ຈ່າຍຕໍ່າທີ່ສຸດ; ສ້າງສໍາເລັດບັນດາເນື້ອໃນພື້ນຖານ ແລະ ລະອຽດຂອງນະໂຍບາຍໜູນຊ່ວຍວິສາຫະກິດໃນການໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ ເຂົ້າໃນຂະແໜງກະສິກໍາ.

ຕອບກັບ

ຂ່າວ/ບົດ​ອື່ນ