ກອງປະຊຸມປະຈຳປີເລຂາຄະນະພັກ 4 ແຂວງຂອງຫວຽດນາມ ແລະ ເລຂາຄະນະພັກແຂວງ ຢຸນໜານ (ຈີນ)

(VOVWORLD) - ການນຳ 4 ແຂວງຂອງ ຫວຽດນາມ ແລະ ແຂວງ ຢຸນໜານ ໄດ້ເນັ້ນໜັກເຖິງກົນໄກກອງປະຊຸມປະຈຳປີ ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ ຫວຽດນາມ - ຈີນ ໃນໄລຍະຜ່ານມາ
ກອງປະຊຸມປະຈຳປີເລຂາຄະນະພັກ 4 ແຂວງຂອງຫວຽດນາມ ແລະ ເລຂາຄະນະພັກແຂວງ ຢຸນໜານ (ຈີນ) - ảnh 1(ທີ່ກອງປະຊຸມປະຈຳປີ)

        ຕອນເຊົ້າວັນທີ 12 ມິຖຸນາ, ທີ່ນະຄອນ ຄຸນໝິງ, ແຂວງ ຢຸນໜານ, ປະເທດ ຈີນ, ໄດ້ຈັດກອງປະຊຸມປະຈຳປີຄັ້ງທີ 4 ລະຫວ່າງເລຂາຄະນະພັກ 4 ແຂວງຂອງ ຫວຽດນາມ, ລວມມີ: ຮ່າຢາງ, ລາວກາຍ, ລາຍເຈົາ, ດ້ຽນບຽນ ແລະ ເລຂາຄະນະພັກແຂວງ ຢຸນໜານ (ຈີນ).

        ທີ່ກອງປະຊຸມ, ການນຳ 4 ແຂວງຂອງ ຫວຽດນາມ ແລະ ແຂວງ ຢຸນໜານ ໄດ້ເນັ້ນໜັກເຖິງກົນໄກກອງປະຊຸມປະຈຳປີ ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ ຫວຽດນາມ - ຈີນ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ - ການຄ້າ. 2 ຝ່າຍໄດ້ເປັນເອກະພາບໃນການຮັກສາ ແລະ ເສີມຂະຫຍາຍກົນໄກກອງປະຊຸມປະຈຳປີລະຫວ່າງບັນດາເລຂາຄະນະພັກແຂວງ ແລະ ວາລະປະຊຸມກຸ່ມປະຕິບັດງານລະຫວ່າງ 5 ແຂວງເປັນປະຈຳ; ເພີ່ມທະວີການຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ; ເພີ່ມທະວີການຮ່ວມມືດ້ານເສດຖະກຳດ, ການຄ້າ, ການລົງທຶນ; ຍູ້ແຮງການຮ່ວມມືດ້ານການຄ້າເອເລັກໂຕນິກຂ້າມຊາຍແດນ; ເພີ່ມທະວີການຮ່ວມມືພັດທະນາດ່ານຊາຍແດນ, ເຊື່ອມຕໍ່ທາງຄົມມະນາຄົມ; ສືບຕໍ່ຜັນຂະຫຍາຍການພົບປະແລກປ່ຽນ, ການຮ່ວມມືບຳລຸງສ້າງພະນັກງານ, ວິທະຍາສາດເຕັກນິກ, ການແພດ, ການປົກປັກຮັກສາສິ່ງແວດລ້ອມ…

ຕອບກັບ

ຂ່າວ/ບົດ​ອື່ນ