ກອງປະຊຸມສົ່ງເສີມການລົງທຶນຫວຽດນາມຢູ່ອາເມລິກາປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນ

ກອງປະຊຸມສົ່ງເສີມການລົງທຶນຫວຽດນາມຢູ່ອາເມລິກາປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ດິງ​ຕ໋ຽນ​ຢູ້ງ ​ຢູ່​ອາ​ເມ​ລິ​ກາ
(ພາບ​ປະ​ກອບ)

(vovworld) – ​​​ ວັນ​ທີ 1/7, ຢູ່​ນະ​ຄອນ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ, ກະ​ຊວງ​ການ​ເງິນ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ກຳ​ມະ​ການ​ຫຼັກ​ຊັບ​ແຫ່ງ​ລັດ ສົມ​ທົບ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ອາ​ເມ​ລິ​ກາ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສົ່​ງ​ເສີມ​ການ​ລົງ​ທຶນ​ເພື່ອ​ແນ​ໃສ່​ສ້າງ​ຊ່ອງ​ໂອ້​ລົມ​ສົນ​ທະ​ນາ​ແທດ​ຈິງ ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ນັກ​ລົງ​ທຶນ ອາ​ເມ​ລິ​ກາ ເຂົ້າ​ໃຈ​ແຈ້ງ​ສະ​ພາບ​ການ​ຢູ່ ຫວຽດ​ນາມ ແລະ ສຳ​ຄັນ​ທີ່​ສຸດ​ແມ່ນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ນັກ​ລົງ​ທຶນ ອາ​ເມ​ລິ​ກາ ທີ່​ມີ​ຕໍ່​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ຂອງ​ຕະຫຼາດ ຫວຽດ​ນາມ, ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ເລິກ​ເຊິ່ງ, ກ້​ວາງ​ຂວາງ​ໃນ​ຂົງ​ເຂດ​ການ​ເງິນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ 2 ປະ​ເທດ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ດິງ​ຕ໋ຽນ​ຢູ້ງ, ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ, ຫົວ​ໜ້າ​​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ທ່ານ​ຮອງ​ປະ​ທານ​ປະ​ຊາ​ຄົມ​ດຳ​ເນີນ​ທຸ​ລະ​ກິດ ອາ​ຊຽນ - ອາ​ເມ​ລິ​ກາ Marc Mealy, ປະ​ທານກອງ​ທຶນ Harbinger, ພ້ອມ​ກັບ​ຜູ້​ຕາງ​ໜ້າ​ຂອງວິ​ສາ​ຫະ​ກິດ​ກ່​ວາ 150 ແຫ່ງ​ຂອງຫວຽດ​ນາມ ແລະ ອາ​ເມ​ລິ​ກາ.

        ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດ​ນາມ​ ຂອງ​ຂ້ອຍ - ສະ​ຖານ​ທີ່​ລົງ​ທຶນ​ຂອງ​ເຈົ້າ”, ກອງ​ປະ​ຊຸມ​ປີນີ້​ໄດ້​ແບ່ງ​ເປັນ 2 ວາ​ລະ. ວາ​ລະ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ເພື່ອ​ແນ​ໃສ່​ອັບ​ແດດ, ແລກ​ປ່ຽນ​ນະ​ໂຍ​ບາຍ ແລະ ຮັບ​ຟ​ັງ​ບັນ​ດາ​ຄຳ​ເຫັນ​ຕີ​ລາ​ຄາ, ແບ່ງ​ປັນ​ຂອງວົງ​ການ​ນັກ​ລົງ​ທຶນ ອາ​ເມ​ລິ​ກາ. ວາ​ລະ​ໂອ້​ລົມ​ສົນ​ທະ​ນາ​ທີ​ສອງ​ແມ່ນ​ການ​ໂອ້​ລົມ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດກັບ​ບັນ​ດາ​ນັກ​ລົງ​ທຶນ​ຜ່ານ​ການ​ແບ​່ງ​ປັນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ​ທີ່ໄດ້ ແລະ ພວມ​ເຄື່ອນ​ໄຫວ​ໃນ​ຕະຫຼາດ​ການ​ເງິນ ຫວຽດ​ນາມ ກ່ຽວ​ກັບ​ບັນ​ດາ​ບົດ​ຮຽນ​ສຳ​ເລັດ​ຜົນ, ກໍ່​ຄື​ການ​ແບ່ງ​ປັນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ກັບ​ບັນ​ດາ​ນັກ​ລົງ​ທຶນ ອາ​ເມ​ລິ​ກາ ກ່ຽວ​ກັບ​ກາ​ລະ​ໂອ​ກາດ​ລົງ​ທຶນ​ຢູ່ ຫວຽດ​ນາມ ແລະ ບົດ​ບາດ​ຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ.


ຂ່າວ/ບົດ​ອື່ນ