ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35: ວິວັດທະນາການເຈລະຈາສັນຍາ RCEP ບັນລຸໄດ້ບາດກ້າວບຸກທະລຸຢ່າງໃຫຍ່ຫຼວງ

(VOVWORLD) -        ຕາມບັນດາການນໍາທີ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ + 3 ເຊິ່ງລວມມີ 10 ປະເທດ ອາຊຽນ ພ້ອມກັບ ຈີນ, ຍີ່ປຸ່ນ ແລະ ຍີ່ປຸ່ນ ໃນວັນທີ 4 ພະຈິກ ຢູ່ ບາງກອກ, ປະເທດໄທ ແລ້ວ, ວິວັດທະນາການເຈລະຈາກ່ຽວກັບ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ບັນລຸໄດ້ບາດກ້າວບຸກທະລຸອັນໃຫຍ່ຫຼວງ. 
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35: ວິວັດທະນາການເຈລະຈາສັນຍາ RCEP ບັນລຸໄດ້ບາດກ້າວບຸກທະລຸຢ່າງໃຫຍ່ຫຼວງ - ảnh 1 ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ (ຜູ້ທີ 2 ແຕ່ຊ້າຍຫາຂວາ) (ພາບ: TTXVN)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ ຊີ້ແຈ້ງວ່າ  15 ປະເທດສະມາຊິກຂອງ ສັນຍາ RCEP ໄດ້ສໍາເລັດວິວັດທະນາການເຈລະຈາດ້ວຍລາຍລັກອັກສອນ, ກໍຄື ສໍາເລັດບັນດາການເຈລະຈາກ່ຽວກັບບັນຫາສໍາຜັດກັບຕະຫຼາດ ໂດຍພື້ນຖານ. ທ່ານ ຫຼີເຄີສຽນ ຊີ້ແຈ້ງວ່າ: “ໂດຍພື້ນຖານແລ້ວ, ພວກຂ້າພະເຈົ້າພ້ອມແລ້ວທີ່ຈະຍູ້ໄວການດໍາເນີນບັນດາການເຈລະຈາກ່ຽວກັບເຂດການຄ້າເສລີ ລະຫວ່າງ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ, ກໍຄື ຕັ້ງໜ້າມຸ່ງໄປສູ່ເປົ້າໝາຍກໍ່ສ້າງປະຊາຄົມເສດຖກິດ ອາຊີຕາເວັນອອກ”.

        ການນໍາບັນດາປະເທດ ເຂ້ົາຮ່ວມກອງປະຊຸມສຸດຍອດ ອາຊຽນ + 3 ໄດ້ຕີລາຄາສູງຕໍ່ບາດກ້າວບຸກທະລຸໃນວິວັດທະນາການເຈລະຈາ ສັນຍາ RCEP, ພ້ອມກັນນັ້ນ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະລົງນາມໃນເອກະສານສະບັບດັ່ງກ່າວ ໃນປີ 2020 ເພື່ອຊຸກຍູ້ການແລກປ່ຽນການຄ້າໃນພາກພື້ນ, ສ້າງເງື່ອນໄຂສະດວກ ແລະ ຫັນບັນດາການເຄື່ອນໄຫວລົງທຶນເປັນເສລີ.


ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ