ກອງ​ປະ​ຊຸມ​ສົມ​ມຸດ​ຖານ “ສະ​ພາ​ແຫ່ງ​ຊາດ​ໄວ​ເດັກ​” ຄັ້ງ​ທີ 2 ມີຫຼາຍ​ເນື້ອ​ໃນ​ໃໝ່

(VOVWORLD) -   ກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ແມ່ນເວທີປາໄສເພື່ອໃຫ້ເດັກນ້ອຍສະແດງສຽງເວົ້າ, ຄວາມມຸ່ງຫັງ, ຄວາມໃນໃຈຂອງຕົນ.
ກອງ​ປະ​ຊຸມ​ສົມ​ມຸດ​ຖານ “ສະ​ພາ​ແຫ່ງ​ຊາດ​ໄວ​ເດັກ​” ຄັ້ງ​ທີ 2 ມີຫຼາຍ​ເນື້ອ​ໃນ​ໃໝ່ - ảnh 1(ພາບ: VOV)

     ກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ຄັ້ງທີ 2 ຈະຈັດຂຶ້ນໃນລະຫວ່າງວັນມີ 27-29 ກັນຍາ ທີ່ຈະມາເຖິງ ຢູ່ນະຄອນຫຼວງ ຮ່າໂນ້ຍ ດ້ວຍຫຼາຍເນື້ອໃນ ແລະ ຮູບແບບໃໝ່. ນີ້ແມ່ນຂ່າວໄດ້ປະກາດ ທີ່ການພົບປະກັບວົງການນັກຂ່າວ ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສະພາກອງເຍົາວະຊົນສູນກາງ ສົມທົບກັບກຳມາທິການວັດທະນະທຳ, ການສຶກສາຂອງສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ ຈັດຂຶ້ນໃນຕອນເຊົ້າວັນທີ 23 ກັນຍາ.

    ກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ແມ່ນເວທີປາໄສເພື່ອໃຫ້ເດັກນ້ອຍສະແດງສຽງເວົ້າ, ຄວາມມຸ່ງຫັງ, ຄວາມໃນໃຈຂອງຕົນ, ພ້ອມທັງທົດລອງການດຳເນີນຊີວິດການເມືອງ ເພື່ອແນໃສ່ຝຶກຝົນຫຼໍ່ຫຼອມຄວາມໄຝ່ຝັນໃຫ້ແກ່ເຍົາລະຊົນ.

    ກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ປີນີ້ ຈະມີການເຂົ້າຮ່ວມຂອງຜູ້ແທນ 306 ຄົນ ແມ່ນສະມາຊິກກອງເຍົາວະຊົນດີນເດັ່ນຂອງ 63 ແຂວງ ນະຄອນໃນທົ່ວປະເທດ ຊື່ງໄດ້ສຸມໃສ່ 2 ຫົວເລື່ອງຄື: ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນໂຮງຮຽນ, ການປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບ, ທາດກະຕຸ້ນ, ໂດຍສະເພາະແມ່ນໃນໂຮງຮຽນ. ວາລະຊັກຖາມຈະຈັດຂຶ້ນຢູ່ຫໍປະຊຸມ ຢຽນຮົ່ງ. ຫງວຽນຟ້າມຢຸຍຈາງ ເລຂາຄະນຊາວໜຸ່ມສູນກາງ ໃຫ້ຮູ້ວ່າ:

  ປີນີ້ ພວກນ້ອງຈະໄດ້ສຳຜັດກັບບັນດາຮູບແບບການເຄື່ອນໄຫວຂອງສະພາແຫ່ງຊາດຫຼາຍກ່ວາອີກ, ໄດ້ຮູ້ວ່າ ວາລະໄຂກອງປະຊຸມຂອງສະພາແຫ່ງຊາດ ແມ່ນຈັດຂຶ້ນຄືແນວໃດ. ພວກນ້ອງຍັງໄດ້ເຂົ້າຮ່ວມການປຶກສາຢູ່ໜ່ວຍ ແລະ ເຂົ້າຮ່ວມຮູບແບບໃໝ່ ນັ້ນແມ່ນວາລະຊັກຖາມ ແລະ ຕອບຄຳຊັກຖາມ. ເມື່ອສິ້ນສຸດການຊັກຖາມສຳລັບແຕ່ລະໝວດຫົວເລື່ອງ, ທ່ານລັດຖະມົນຕີກະຊວງສຶກສາ ບຳລຸງສ້າງ ແລະ ກະຊວງສາທາລະນະສຸກ ຈະຕອບຄຳຖາມຂອງພວກນ້ອງ.

 

ຕອບກັບ

ຂ່າວ/ບົດ​ອື່ນ