ກອງປະຊຸມສຳມະນາ ສາກົນກ່ຽວກັບນ້ຳ ແລະ ສຸຂະພາບຢູ່ເຂດຕົວເມືອງ

ກອງປະຊຸມສຳມະນາ ສາກົນກ່ຽວກັບນ້ຳ ແລະ ສຸຂະພາບຢູ່ເຂດຕົວເມືອງ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ນ້ຳ ​ແລະ ສຸຂະພາບ​ຢູ່​ເຂດ​ຕົວ​ເມືອງ
(ພາບ: tinmoitruong.vn)


(vovworld) - ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ນ້ຳ ​ແລະ ສຸຂະພາບ​ຢູ່​ເຂດ​ຕົວ​ເມືອງຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 15 – 16/12 ຢູ່​ນະຄອນ​ເຫ້ວ, ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດາ​ນັກວິທະຍາສາດ​ມາ​ຈາກ​ຍີ່ປຸ່ນ, ຫວຽດນາມ, ​ໄທ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ບັງ​ກຣາ​ເທດ, ລາວ... ທີ່​ກອງ​ປະຊຸມ​ສຳມະ​ນາ, ມີ 33 ບົດ​ລາຍ​ງານ​ທີ່​ໄດ້​ຝາກ​ເຖິງ ​ແລະ ສະ​ເໜີ, ພ້ອມ​ກັບ 17 ບົດ​ລາຍ​ງານ​ສະ​ຫງວນ​ໃຫ້​ນັກ​ຄົ້ນຄວ້າ​ເໜືອ​ມະຫາວິທະຍາ​ໄລ ​ແລະ ພະນັກງານ​ຄົ້ນຄວ້າ​ໜຸ່ມ, ​ໂດຍ​ສຸມ​ໃສ່​ຫົວ​ຂໍ້ກ່ຽວ​ກັບ​ສຸຂະພາບ​ດ້ານ​ຊີວະ​ພາບ ​ແລະ ຕີ​ລາຄາຄວາມ​ສ່ຽງ​ດ້ານ​ສຸຂະ​ພາບ​ທີ່​ກ່ຽວຂ້ອງ​ເຖິງ​ສະພາບ​​ແວດ​ລ້ອມແຫ່ງນ້ຳ​ຢູ່​ຕົວ​ເມືອງ. ບັນດາ​ບົດ​ລາຍ​ງານ​ໄດ້​ແນະນຳ​ກ່ຽວ​ກັບ​ບັນດາ​ເຕັກ​ນິກ​ໃໝ່​ໃນ​ການ​ຕີ​ລາຄາ​ສິ່ງ​ແວດ​ລ້ອມ, ບັນດາຜົນງານ​ຄົ້ນຄວ້າ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ເຊິ່ງ​ໄດ້​ຮັບ​ການ​ປະຕິບັດ​ຢູ່​ບັນດາ​ເຂດ​ຕົວ​ເມືອງ​ໃຫຍ່​ຢູ່​ບາງ​ປະ​ເທດ​ຄື: ​ໄທ, ອີນ​ໂດ​ເນ​ເຊຍ, ລາວ ​ແລະ ໝາກຜົນ​ການ​ຄົ້ນຄວ້າ​ເຊິ່ງ​ໄດ້​ຮັບ​ການ​ປະຕິບັດ​ຢູ່​ບໍລິ​ເວັນ​​ແຂວງ​ເທື່ອ​ທຽນ​ເຫ້ວ.

ຂ່າວ/ບົດ​ອື່ນ