ກອງປະຊຸມສຳມະນາການພົວພັນກັບສື່ມວນຊົນໃນ ການເຄື່ອນໄຫວຂອງສະ ພາແຫ່ງຊາດ
ຄະນະປະທານກອງປະຊຸມສຳມະນາ
(ພາບ: qdnd.vn)
|
(vovworld) – ຕອນເຊົ້າວັນທີ 13/3, ຢູ່ແຂວງກວາງນິນ, ຫ້ອງວ່າການສະພາແຫ່ງຊາດໄດ້ສົມທົບກັບຫ້ອງວ່າການລັດຖະສະພາແດນມາກ ຈັດຕັ້ງກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ “ການພົວພັນກັບສື່ມວນຊົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ”, ເພື່ອແນໃສ່ຍົກສູງຄວາມສາມາດສຳພັດກັບສື່ມວນຊົນຂອງສະມາຊິກສະພາແຫ່ງຊາດ ແລະ ບົດບາດຂອງສື່ມວນຊົນໃນວຽກງານໂຄສະນາການເຄື່ອນໄຫວຂອງສະພາແຫ່ງຊາດເຖິງໝູ່ປະຊາຊົນ. ຕາມທ່ານ ຫງວຽນສີຢູງ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດແລ້ວ, ການເຄື່ອນໄຫວຂອງສື່ມວນຊົນກ່ຽວກັບສະພາແຫ່ງຊາດ ນັບມື້ນັບມີບົດບາດສຳຄັນໃນການເພີ່ມທະວີສາຍພົວພັນສື່ສານ 2 ສົ້ນ ແລະ ການຕິດພັນລະຫວ່າງສະພາແຫ່ງຊາດ ກັບຜູ້ມີສິດເລືອກຕັ້ງ. ທ່ານເວົ້າວ່າ:
“ບັນດາພາຫະນະສື່ມວນຊົນເວົ້າລວມໄດ້ສວມບົດບາດສຳຄັນທີ່ສຸດໃນການເຄື່ອນໄຫວຂອງສະພາແຫ່ງຊາດກໍຄືການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ. ດັ່ງນັ້ນ, ຄວາມຮຽກຮ້ອງຕ້ອງການທີ່ຂາດບໍ່ໄດ້ນັ້ນແມ່ນ, ບັນດາສະມາຊິກສະພາແຫ່ງຊາດຕ້ອງສຳພັດກັບບັນດາພາຫະນະສື່ມວນຊົນ ແລະ ຕ້ອງເຮັດໃຫ້ຜູ້ມີສິດເລືອກຕັ້ງຮູ້ຈັກໄດ້ວ່າເຮົາແມ່ນໃຜ, ທັດສະນະຂອງເຮົາແມ່ນຄືແນວໃດ, ຄຸນນະທາດ, ຄຸນສົມບັດຂອງເຮົາຄືແນວໃດ. ແຕ່ວ່າ, ສື່ມວນຊົນທີ່ມີຕໍສະມາຊິກສະພາແຫ່ງຊາດກໍ່ແມ່ນການທ້າທາຍອັນໃຫຍ່ຫຼວງ, ນັ້ນແມ່ນຕ້ອງຮັກສາການພົວພັນກັບສື່ມວນຊົນຄືແນວໃດໃຫ້ມີຄວາມໄວ້ເນື້ອເຊື່ອໃຈ, ມີການໜູນຊ່ວຍກັນໃນວຽກງານ”