ກອງປະຊຸມສຳມະນາທິດສະດີຄັ້ງທີ 1 ລະຫວ່າງພັກກອມມູນິດຫວຽດນາມ ແລະ ກູບາ

ກອງປະຊຸມສຳມະນາທິດສະດີຄັ້ງທີ 1 ລະຫວ່າງພັກກອມມູນິດຫວຽດນາມ ແລະ ກູບາ - ảnh 1
ທ່ານນາງ Nguyen Thi Kim Ngan ແລະ ທ່ານ Hoxe Ramon Balaghe
ພາບ: internet


(vovworld) - ພັກ​ກອມ​ມູນິດ ນຳພາ​ວິວັດ​ການ​ປ່ຽນ​ແປງ​ໃຫມ່​ຢູ່ ຫວຽດນາມ - ​ເກັບ​ກຳ​ບັນດາ​ຮູບ​ແບບ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່ ກູ​ບາ: ບາງ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ” ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 1 ລະຫວ່າງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ກອມ​ມູນິດ ກູ​ບາ ​ຊື່​ງດຳ​ເນີ​ນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 5/11 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານນາງ Nguyen Thi Kim Ngan ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ທ່ານ Hoxe Ramon Balaghe ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ບາ ​ລ້ວນ​ແຕ່​ຢັ້ງຢືນ​ວ່າ: ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ລະຫວ່າງ​ສອງ​ພັກ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ໃນ​ຈຸດ​ເວລາ​ທີ່​ມີ​ລັກສະນະ​ບາດ​ລ້ຽວ​ໃນ​ວິວັດທະນາ​ການ​ພັດທະນາ​ຢູ່​ແຕ່ລະ​ປະ​ເທດ, ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ບັນດາ​ນັກ​ທິດ​ສະ​ດີ ​ແລະ ການ​ເຄື່ອນ​ໄຫວ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ສອງ​ພັກ​ແລກປ່ຽນ​ບົດຮຽນ ພ້ອມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ບັນຫາ​ພວມ​ວາງ​ອອກ​ຈາກ​ພຶດຕິ​ກຳ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.

 

ຂ່າວ/ບົດ​ອື່ນ