ກອງປະຊຸມສຳມະນາທາງອອນລາຍ " ຫວຽດນາມ-ລາຊະອານາຈັກອັງກິດ: ແງ່ຫວງັເສດຖະກິດ ການຄ້າ ຫວຽດນາມ ໂອກາດໃຫ້ແກ່ວິສາຫະກິດຫວຽດນາມ ແລະ ອັງກິດ "

(VOVWORLD) -ກອງປະຊຸມສຳມະນາທາງອອນລາຍ " ຫວຽດນາມ-ລາຊະອານາຈັກອັງກິດ: ແງ່ຫວງັເສດຖະກິດ ການຄ້າ ຫວຽດນາມ ກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມ ແລະ ລາຊະອານາຈັກອັງກິດ " ໄດ້ຖືກຖືກຈັກຂຶ້ນໃນຕອນບ່າຍວັນທີ 6 ຕຸລາ. 
ກອງປະຊຸມສຳມະນາທາງອອນລາຍ  ກອງປະຊຸມສຳມະນາ

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຮ່ວາງກ໋ວກເວື້ອງ ເນັ້ນໜັກວ່າ ລາຊະອານາຈັກອັງກິດແມ່ນຕະຫຼາດທີ່ສຳຄັນແມ່ນຕະຫຼາດທີ່ສຳຄັນ, ຍາມໃດກໍແມ່ນຄູ່ຮ່ວມມືບຸລິມະສິດໃນການຮ່ວມມືຂອງຫວຽດຍາມ. ລາຊະອານາຈັກອັງກິດ ແມ່ນຕະຫຼາດທີ່ມີທ່າແຮງບົ່ມຊ້ອນໃຫ້ແກ່ບັນດາປະເພດຜະລິດຕະພັນກະເສດ, ເຄື່ອງຕຳແຜ່ນຕັດຕັດຫຍິບ, ເຄື່ອງເຟີນີເຈິ, ໂທລະສັບ … ທ່ານຮອງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຮ່ວາງກ໋ວກເວື້ອງ ຕີລາຄາສູງຕໍ່ຄວາມສົນໃຈໃນຂົງເຂດພະລັງງານຜະລິດຄືນໃໝ່, ພິເສດແມ່ນພະລັງງານແຮງລົມຢູ່ທະເລຂອງບັນດາວິສາຫະກິດ ອັງກິດ. ທ່ານຮອງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຮ່ວາງກ໋ວກເວື້ອງ ກ່າວວ່າ :

      “  ພະລັງງານທີ່ອັງກິດມີຄວາມສົນໃຈ ເພາະວ່າ ບັນດາວິສາຫະກິດຂອງ ລາຊະອານາຈັກອັງກິດມີປະສົບການ, ບົດຮຽນ ທ່າແຮງຢ່າງໃຫຍ່ຫຼວງໃນການພັດທະນາພັດທະນາພະລັງງານຜະລິດຄືນໃໝ່ ພິເສດແມ່ນໄຟຟ້າແຮງລົມຢູ່ທະເລ. ສຳລັບຫວຽດນາມ, ຍຸດທະສາດນະໂຍບາຍພັດທະນາພະລັງງານ ກໍຈະຄ່ອຍຫັນປ່ຽນຈາກອີງໃສ່ລະບົບພະລັງງານບໍແຮ ໄປສູ່ພະລັງງານຜະລິດຄືນໃໝ່, ພິເສດແມ່ນແຮງລົມ ແລະ ພະລັງງານແສງຕາເວັນ ແລະ ຂ້າພະເຈົ້າຖືວ່າ ນີ້ແມ່ນຂົງເຂດທີ່ມີກາລະໂອກາດທີ່ດີໃນການຮ່ວມມືລະຫວ່າງຫວຽດນາມ ແລະ ລາຊະອານາຈັກອັງກິດ ໃນໄລຍະທີ່ຈະມາເຖິງ”

ຕອບກັບ

ຂ່າວ/ບົດ​ອື່ນ