ກອງປະຊຸມສຳມະນາສົ່ງເສີມການລົງທຶນ,ການຄ້າເຂົ້າສະຫະພັນລັດເຊຍ

ກອງປະຊຸມສຳມະນາສົ່ງເສີມການລົງທຶນ,ການຄ້າເຂົ້າສະຫະພັນລັດເຊຍ - ảnh 1
ພາບປະກອບ

(vovworld) - ວັນ​ທີ 20/5, ຢູ່​ນະຄອນ ​ໂຮ​່ຈີ​ມິນ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ​ເຂົ້າ​ສະຫະພັນ ລັດ​ເຊຍ ດ້ວຍ​ຫົວ​ຂໍ້​ວ່າ: “ສູນວັດທະນະທຳ, ການ​ຄ້າ​ດ້ວຍ​ຫຼາຍ​ພາ​ລະ​ໜ້າ​ທີ່ ​ແລະ ​ໂຮງ​ແຮມ - ຮ່າ​ໂນ້ຍ ມົດ​ສະ​ກູ: ຂົວ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ”. ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ VOV ປະຈຳ​ສະຫະພັນ ລັດ​ເຊຍ, ທ່ານ Vladimir Lebedev, ທີ່​ປຶ​ກສາ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາກົນ​ຂອງ​ເຈົ້າ​ຄອງ​ນະຄອນມົດ​ສະ​ກູ, ຖື​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ​ແມ່ນ​ໜື່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ​້​ເນື້ອ​​ເຊື່ອ​ໃຈ​ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສະຫະພັນ ລັດ​ເຊຍ ​ເວົ້າ​ລວມ ​ແລະ ຂອງ​ນະຄອນຫຼວງ ມົດ​ສະ​ກູ ​ເວົ້າ​ສະ​ເພາະ. ທ່ານ Vladimir Lebedev, ​​ໃຫ້​ຮູ້​ວ່າ:

        “ອຳນາດ​ການ​ປົກຄອງ​ມົດ​ສະ​ກູ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ພັດທະນາ​ວິ​ສາ​ຫະກິດ​ຢູ່ ຮ່າ​ໂນ້ຍ. ສຳລັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພວກ​ຂ້າພ​ະ​ເຈົ້າ​ໄດ້ ​ແລະ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ. ພວກ​ຂ້າພະ​ເຈົ້າພ້ອມ​ກັບ​ບັນດາ​ນັກ​ລົງທຶນ​ຂອງ ຮ່າ​ໂນ້ຍ ​ໄດ້​ກໍ່ສ້າງ​ຊາຍ​ຄາ​ລວມ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່​ລັດ​ເຊຍ. ພວກ​ຂ້າພະ​ເຈົ້າ​ຈະ​ໜູນ​ຊ່ວຍ​​ກ່ຽວ​ກັບ​ບັນດາ​ລະບຽບ​ການ​ດ້ານ​ກົດໝາຍ, ອອກ​ໃບ​ອະນຸຍາດ​ລົງທຶນ​ຢ່າງ​ວ່ອງໄວ.​​.. ບັນດາ​ມາດ​ຕະການ​ນີ້​ຈະ​ນຳ​ມາ​ເຊິ່ງບັນດາ​ທ່າ​ໄດ້​ປຽບ​ໃໝ່​​ໃຫ້​ແກ່ສູນ ຮ່າ​ໂນ້ຍ - ມົດ​ສະ​ກູ ​ແລະ ບັນດາ​ວິ​ສາ​ຫະກິດ​ທຳ​ມາ​ຫາ​ກິນ​ຢູ່​ທີ່​ນີ້”


ຂ່າວ/ບົດ​ອື່ນ