ກອງປະຊຸມສຳມະນາສ້າງກົດໝາຍປົກປ້ອງ,ເບິ່ງແຍງແລະສຶກສາເດັກ(ສະບັບປັບປຸງ)

ກອງປະຊຸມສຳມະນາສ້າງກົດໝາຍປົກປ້ອງ,ເບິ່ງແຍງແລະສຶກສາເດັກ(ສະບັບປັບປຸງ) - ảnh 1
ພາບປະກອບ:internet


(vovworld) -  ​ໃນ​ວັນ​ທີ 9-10/4 ຢູ່​ແຂວງ​ ຮ່ວາ​ບິ່ງ, ກົມ​ປົກ​ປ້ອງ, ​ເບິ່ງ​ແຍງດູແລ​ເດັກ​​ໄດ້​ສົມທົບ​ກັບ​ກອງ​ທຶນ​​ເຍົາວະ​ຊົນ​ສະຫະ​ປະຊາ​ຊາດ (UNICEF) ຢູ່ ຫວຽດນາມ ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ​ເບິ່ງ​ແຍງດູແລ ​ແລະ ສຶກສາ​ເດັກ (ສະບັບ​ປັບປຸງ). ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື, ຕີ​ລາຄາ​ລະບົບ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ສິດ​ຂອງ​ເດັກຢູ່​ຫວຽດນາມ​ບົນ​ພື້ນຖານ​ບັນດາ​ມາດຕະຖານ​ສາກົນ; ຍົກ​ໃຫ້​ເຫັນ​ການ​ພົບ​ເຫັນ ​ແລະ ​ໄຈ້​ແຍກ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ທີ່​ຍັງ​ຄົງຄ້າງ, ບໍ່​ມີ​ຄວາມ​ເປັນ​ໄປ ​ແລະ ບັນດາ​ເນື້ອ​ໃນ​ບໍ່​ທັນ​ໄດ້​ຮັບ​ການ​ກຳນົດ​ໃນ​​ເອກະສານ​ນິຕິ​ກຳ​ສະບັບ​ຕ່າງໆ​ ​ຂອງ​ຫວຽດນາມໃນ​ປະຈຸ​ບັນ;        ສະ​ເຫ​ນີປັບປຸງ, ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ​ເບິ່ງ​ແຍງດູແລ ​ແລະ ສຶກສາ​ເດັກ. ​ເລື່ອງ​ຮັບຮອງ​ເອົາ​ກົດໝາຍ​ປົກ​ປ້ອ​ງ​, ​ເບິ່ງ​ແຍງ ​ແລະ ສຶກສາ​ເດັກ ​​​ເປັນ​ການ​ສ້າງ​ກອບ​ກົດໝາຍ​ທີ່​ສຳຄັນ​ສຳລັບ​ວຽກ​ງານ​ປົກ​ປ້ອງ, ​ເບິ່ງ​ແຍງດູແລ ​ແລະ ສຶກສາ​ເດັກ, ຊຸກຍູ້​ການ​ປະຕິບັດ​ບັນດາ​ສິດ​ພື້ນຖານ​ຂອງ​ເດັກ​ໃຫ້​ດີ​ກວ່າ. ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ໃຫ້​ສັດຕະຍາບັນ​ສົນ​ທິສັນຍາ​ກ່ຽວ​ກັບ​ສິດ​ຂອງ​ເດັກຂອງ​ສະຫະ​ປະຊາ​ຊາດ​​​ໄວ​ກວ່າ​ໝູ່.

 

 

ຂ່າວ/ບົດ​ອື່ນ