ກອງປະຊຸມສຳຫຼວດກວດຄືນຂອງກະຊວງ ຊັບພະຍາກອນ ແລະ ສິ່ງແວດລ້ອມ

ກອງປະຊຸມສຳຫຼວດກວດຄືນຂອງກະຊວງ ຊັບພະຍາກອນ ແລະ ສິ່ງແວດລ້ອມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc
​ໄດ້​ເຂົ້າ​ຮ່ວມ ​ແລະ ​ໃຫ້​ຄຳ​ເຫັນ​ຊີ້​ນຳກອງ​ປະຊຸມ
(ພາບ: http://www.monre.gov.vn)

Vovworld- ວັນ​ທີ 18/9, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ເຂົ້າ​ຮ່ວມ ​ແລະ ​ໃຫ້​ຄຳ​ເຫັນ​ຊີ້​ນຳທີ່​ກອງ​ປະຊຸມ ສຳ​ຫຼວດກວດຄືນ ຕຳ​ໜິຕິ​ຊົມຕົນ​ເອງ ​ແລະ ຕຳ​ໜິຕິ​ຊົມ​ກັນ​ສຳລັບ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ຕາມ​ເນື້ອ​ໃນ​ຈິດ​ໃຈມະຕິກອງປະຊຸມສູນກາງພັກຄັ້ງທີ່ 4 ຊຸດທີ່ 11 ກ່ຽວກັບ “ບາງ ບັນຫາຮີບດ່ວນໃນການການກໍ່ສ້າງພັກປະຈຸບັນ” ໃນອົງຄະນະພັກກະຊວງຊັບພະ ຍາກອນ ​ແລະ ສິ່ງ​ແວດ​ລ້ອມ. ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Xuan Phuc​ ໄດ້ຊົມ​ເຊີຍ​ຄະນະ​ຮັບຜິດຊອບ​ວຽກ​ງານ​ພັກ​ຂອງອົງຄະນະພັກກະຊວງຊັບພະ ຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຊຶ່ງ​ໄດ້ດຳ​ເນີນການສຳ​ຫຼວດກວດຄືນຕາມ​ເນື້ອ​ໃນ​ຈິດ​ໃຈມະຕິກອງປະຊຸມສູນກາງພັກຄັ້ງທີ່ 4 ຊຸດທີ່ 11 ກ່ຽວກັບ ການກໍ່ສ້າງພັກ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ສະ​ເໜີຄະນະ​ຮັບຜິດຊອບ​ວຽກ​ງານ​ພັກ​ຂອງອົງຄະນະ ພັກ ຄວນ​ເລັ່ງ​ໃສ່​ເນື້ອ​ໃນ 3 ປະການ​ຊຶ່ງ​ມະຕິ​ໄດ້​ຍົກ​ອອກ​ໃນ​ວິວັດ​ການ​ສຳ​ຫຼວດກວດຄືນ, ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ບັນຫາ​ກ່ຽວ​ກັບ​ຄຸນສົມບັດ, ວິຖີ​ຊີວິດ, ການ​ຊຸດ​ໂຊມ​ທາງ​ດ້ານ​ການ​ເມືອງ, ວຽກ​ງານ​ພະນັກງານ, ລວມສູນ​ປະຊາທິປະ​ໄຕ. ທ່ານ​ຍັງ​ໃຫ້​ຄຳ​ຕັກ​ເຕືອນ​ວ່າ ບັນດາ​ສ່ວນ​ບຸກຄົນຄວນ ສຳ​ຫຼວດກວດຄືນ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ, ປະກອບ​ຄຳ​ຄິດ​ເຫັນ, ສະ​ແດງ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຫຼັກ​ໝັ້ນ, ທັດສະນະ​ການ​ເມືອງດ້ວຍ​ຈິດ​ໃຈ, ທ່າ​ທີ​ສັດ​ຊື່ ພາວະ​ວິ​ໄສ.

   

ຂ່າວ/ບົດ​ອື່ນ