ກອງປະຊຸມເຈົ້າຫນ້າທີ່ອາວຸໂສAPECເຫັນດີ4ຂົງເຂດສຳຄັນ

ກອງປະຊຸມເຈົ້າຫນ້າທີ່ອາວຸໂສAPECເຫັນດີ4ຂົງເຂດສຳຄັນ - ảnh 1
ກອງ​ປະ​ຊຸມ​ເຈົ້າ​ຫນ້າ​ທີ່​ອາ​ວຸ​ໂສ APEC
ພາບ:vov
(vovworld)-​​ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ຕອນ​ທ່ຽງ​ວັນ​ທີ6/11, ທ່ານ Zhang Shaogang ຫົວ​ຫນ້າ​ກົມ​ສາ​ກົນ, ສັງ​ກັດ​ກະ​ຊວງ​ການ​ຄ້າ​ຈີນ ໃຫ້​ຮູ້​ວ່າ: 4 ຂົງ​ເຂດ​ຊື່ງກອງ​ປະ​ຊຸມ​ບັນ​ລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມນັ້​ນ​ແມ່ນ: ຊຸກ​ຍູ້​ການ​ສ້າງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ເສ​ລີ ອາ​ຊີ ປາ​ຊ​ີ​ຟີກ; ສົ່ງ​ເສີມ​ການ​ຮ່ວມ​ມື​ລະ​ບົບ​ມູນ​ຄ່າ ແລະ ລະ​ບົບ​ສະ​ຫນອງ​ທົ່ວ​ໂລກ; ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຕັກ​ນິກ ອາ​ຊີ ປາ​ຊີ​ຟີກ; ຄົ້ນ​ຄ້​ວາ​ວິ​ທ​ີ​ການ​ຫນູນ​ຊ່ວຍ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ການ​ຄ້າ​ຫລາຍ​ຝ່າຍ​ຄື: ອົງ​ການ​ການ​ຄ້າ​ໂລກ.

ກອງ​ປະ​ຊຸມ​ເຈົ້າ​ຫນ້າ​ທີ່​ອາ​ວຸ​ໂສ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊ​ີ ປາ​ຊີ​ຟີກ ດຳ​ເນີນ​ໄປ​ແຕ່​ວັນ​ທີ 5-6/11 ຢູ່ ປັກ​ກີງ. ນີ້​ແມ່ນກອງ​ປະ​ຊຸມ​ເປ​ີດ​ສາກ​ໃຫ້​ແກ່​ສັບ​ປະ​ດາ​ກອງ​ປະ​ຊຸມ​ສຸດຍອດ APEC ຄັ້ງ​ທີ 22 ຈັດ​ຂຶ້ນ​ຢູ່​ປັກ​ກີງ ແຕ່​ວັນ​ທີ 5-11/11.

 

 

ຂ່າວ/ບົດ​ອື່ນ