ກອງປະຊຸມໃຫຍ່ຄັ້ງທີXIIຂອງພັກເສີມຂະຫຍາຍນຳ້ໃຈເປີດເຜີຍ,ປະຊາທິປະໄຕ

ກອງປະຊຸມໃຫຍ່ຄັ້ງທີXIIຂອງພັກເສີມຂະຫຍາຍນຳ້ໃຈເປີດເຜີຍ,ປະຊາທິປະໄຕ - ảnh 1
(ພາບ​ປະ​ກອບ)

(vovworld) –​ ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີິ XII ຂອງ​ພັກ​ກອມ​ມູ​ນິ​ດ​ຫວຽດ​ນາມ, ​ທີ່ພວມ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ໄດ​້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​​ຕໍ່​ລັກ​ສະ​ນະ​ກົງ​ໄປ​ກົງ​ມາ​ທີ່​ໄດ້​ຍົກ​ອອກ​ໃນ​ບົດ​ລາຍ​ງານ​ຂອ​ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​​ຄັ້ງ​ທີ XI, ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີິ XII ຈະ​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ດີ​ງາ​ມ, ວາງ​ອອກບັນ​ດາ​ທິດ​ທາງ​ໂດຍ​ພື້ນ​ຖານ, ​ຮອບ​ດ້​ານ​ໃນ​ວຽກ​ງານກໍ່​ສ້າ​ງ​ພັກ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ອາ​ຍຸ​ການ​ຈະ​ມາ​ເຖິງ ແລະ ໃນ​ຊຸມ​ປີ​ຕໍ່​ໄປ. ທ່ານ ຟານ​ວັນ​ສື, ​ຜູ້​ແທນແຂວງ ໄຕ​ນິງ ກ່າວ​ວ່າ.

      “ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່, ​ເມື່ອໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ການ​ເມືອງ​ຢ່າງ​ໂດຍ​ກົງ ກໍ​ຄື​ບົດ​ລາຍ​ງານ​ຂອງ​ທ່ານເລ​ຂາ​ທິ​ການ​ໃຫຍ່ ​ທີ່ສະ​ເໜີ​​ໃນກອງ​ປະ​ຊຸມ​ໃຫຍ່, ຂ້າ​ພະ​ເຈົ້າ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເລິກ​ເຊິ່ງ​ທີ່​ສຸດວ່າ ກອງ​ປະ​ຊຸມ​ໃຫຍ່​ຂອງ​ພວກ​ເຮົາ​ຈະ​ບັນ​ລຸ​ຜົນ​ສຳ​ເລັດ ແລະ ບັນ​ດາ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່ ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເຂົ້າ​ໃນ​ຊີ​ວິດ​ຕົວ​ຈິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວ​ນ​ຊຸກ​ຍູ້​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາ​ຢ່າງ​ໄວກວ່າ, ຮອບ​ດ້ານ ແລະ ໝັ້ນ​ຄົງ​ກວ່າ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ”.

      ສ່ວນ​ທ່ານ​ຮ່​ວາງວັນ​ຕ່​ວານ, ​ຜູ້​ແທນ ແຂວງວິງ​ຟຸກ ໄດ້ຖື​ວ່າ.

      “ດ້ວຍ​ບັນ​ຍາ​ກາດລວມ​ສູນ​ປະ​ຊາ​ທິ​ປະ​ໄຕ, ບັນ​ດາ​​ຜູ້​ແທນ​ຈະ​ເຮັດ​ວຽກ​ດ້ວຍ​ຄວາມ​ຮັບ​ຜິ​ດ​ຊອບ ຂອງ​ຕົນ, ປະ​ກອບ​ຄຳ​ເຫັນ​ໃສ່​ບັນ​ດາ​ເອ​ກະ​ສານ​ສຳ​ຄັນ​ຂອງ​ພັກ, ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ຄັດ​ເລືອກຜູ້​ທີ່​ມີຄຸນ​ສົມ​ບັດ, ​​ມີ​ຄວາມ​ເກັ່​ງ​ກ້າ​ສາ​ມາດ​ຢ່າງ​ພຽງ​ພໍເຂົ້າ​ຮ່ວມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ເຂົ້າ​ຮ່ວມກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການ ແລະ ເຂົ້າ​ຮ່ວມ​ບັນ​ດາ​ຕຳ​ແໜ່ງ​ຫຼັກ​ແຫຼ່ງ​ຂອງ​ພັກ ແລະ ລັດ, ສືບ​ຕໍ່​ຊີ້​ນຳ​ນຳ​ພາ​ປະ​ເທດ​​ຊາດຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ໃນ​ໄລ​ຍະ​ປະ​ຈຸ​ບັນ, ຍູ້​ແຮງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ ແລະ ຜືນ​ແຜ່ນ​ດິ​ນ​ອັບ​ຄົບ​ຖ້​ວ​ນ​ຂອງປະ​ເທດ​ຊາດ​​ໄວ້​ຢ່າງ​ໝັ້​ນ​ຄົງ ແລະ ສຸມ​ໃສ່​ປັບ​ປຸງ​ການກໍ່​ສ້າງ​ພັກ ໃຫ້​ນັບ​ມື້​ນັບ​ໝັ້ນ​ຄົງ​ເຂັ້ມ​ແຂງ”.

ຂ່າວ/ບົດ​ອື່ນ