ກອງປະຊຸມໃຫຍ່ຊາວໜຸ່ມພາສາສາກົນຫວຽດນາມຄັ້ງທີ5

ກອງປະຊຸມໃຫຍ່ຊາວໜຸ່ມພາສາສາກົນຫວຽດນາມຄັ້ງທີ5 - ảnh 1
(ພາບປະກອບ)

(vovworld) – ​ ​ ​ວັນ​ທີ 29/11, ຢູ່​ຮ່າ​ໂນ້ຍ ​ໄດ້ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຊາວ​ໜຸ່ມ​ພາສາ​ສາກົນ​ ຫວຽດນາມ ຄັ້ງ​ທີ 5 ອາຍຸ​ການ (2015 – 2017). ກອງ​ປະຊຸມ​ໃຫຍ່​ຮັບ​ຟັງ​ບົດ​ລາຍ​ງານ​ສະຫລຸບ​ວຽກ​ງານ ອາຍຸ​ການທີ່ 4 (2012 - 2015) ​ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​​ໃນອາຍຸ​ການທີ​່ 5 (2015 - 2017), ​ໃນ​ນັ້ນ ​ເນັ້ນ​ໜັກ​ເຖິງ​​ຄວາມ​ສຳຄັນຂອງ​ພາສາ​ສາກົນ. ຕາມ​ນັ້ນ​ແລ້ວ, ພາສາ​ສາກົນ Esperanto ​ແມ່ນ​ຂົວ​ຕໍ່​ຂອງ​ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມ​ຮູ້​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ປະຊາຊາດ ​ແລະ ບໍ່​ແນ​ໃສ່ທົດ​ແທນ​ພາສາ​ຂອງ​ບັນດາ​ປະຊາຊາດ. ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ໜຸ່ມ​ພາສາ​ສາກົນ ຫວຽດນາມ (VEJO) ອາຍຸ​ການ 2012 – 2015 ບັນລຸ​ໄດ້​ບາງໝາກຜົນ​ໃດໜຶ່ງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, VEJO ຈະ​ສືບ​ຕໍ່ສູ້​ຊົນ ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່, ສ້າງ​ໂຄງການ​ດຳ​ເນີນ​ງານ​ຢ່າງ​ລະອຽດ. ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ທ່ານ​ນາງ ຫງວຽນ​ທິ​ເນ​ບ ​ເປັນ​ປະທານ VEJO.

ຂ່າວ/ບົດ​ອື່ນ