ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ໄດ້ຮັບໂທລະເລກຊົມເຊີຍ 235 ສະບັບ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ໄດ້ຮັບໂທລະເລກຊົມເຊີຍ 235 ສະບັບ - ảnh 1


(vovworld)-  ໃນ​ຊຸມມື້​ທີ່​ຜ່ານ​ມາ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມສືບ​ຕໍ່​ໄດ້​ຮັບ​ໂທ​ລະ​ເລກ​ຊົມ​ເຊີຍ​ຈາກ​ບັນ​ດາ​ປະ​ເທດ​ທະ​ວີບເອີ​ລົບ, ທະ​ວີບ​ອາ​ເມ​ລິ​ກາ, ຕາ​ເວັນ​ອອກ​ກາງ, ທະ​ວີບ​ອາ​ຟະ​ລິ​ກາ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແລະ ເພື່ອນ​ມິດ​ສາ​ກົນ, ບັນ​ດາ​ຄະ​ນະ​ທູ​ຕາ​ນຸ​ທູດ​ຂອງ​ປະ​ເທດ​ຕ່າງໆ. ໄລ່​ມາ​ຮອດ​ປະ​ຈຸ​ບັນ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້ຮັບໂທ​ລະ​ເລກ​ຊົມ​ເຊີຍ 235 ສະ​ບັບ​ທີ່​ສົ່ງ​ມາ​ຈາກ​ບັນ​ດາ​ພັກ​ການ​ເມືອງ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ,  ເພື່ອນ​ມິດ​ສາ​ກົນ, ບັນ​ດາ​ຄະ​ນະ​ທູ​ຕາ​ນຸ​ທູດ​ຂອງ​ປະ​ເທດ​ຕ່າງໆ.
ຂ່າວ/ບົດ​ອື່ນ