ກອງປະຊຸມໃຫຍ່ສະມາຄົມນັກຮົບເກົ່າ ຫວຽດນາມ ຄັ້ງທີ 6, ອາຍຸການ 2017 – 2022

(VOVWORLD) - ສະມາຄົມນັກຮົບເກົ່າ ຫວຽດນາມ ຄວນສືບຕໍ່ຊາບຊຶມ ແລະ ຈັດຕັ້ງໃຫ້ພະນັກງານສະມາຊິກປະຕິບັດໜ້າທີ່ສຳຄັນຕົ້ນຕໍຂອງສະມາຄົມ ແມ່ນເດັດດ່ຽວປົກປັກຮັກສາຜົນສຳເລັດຂອງການປະຕິວັດ ເປັນຢ່າງດີ, ປະກອບສ່ວນເຮັດໃຫ້ທຸກກົນອຸບາຍ, ເລ່ຫຼ່ຽມການຫັນປ່ຽນໂດຍສັນຕິ, ກົນອຸບາຍໂຫດຫ້ຽມຂອງບັນດາອິດທິກຳລັງທີ່ເປັນປໍລະປັກໃຫ້ປະລາໄຊ.
ກອງປະຊຸມໃຫຍ່ສະມາຄົມນັກຮົບເກົ່າ ຫວຽດນາມ ຄັ້ງທີ 6, ອາຍຸການ 2017 – 2022 - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ຕອນເຊົ້າວັນທີ 14 ທັນວາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກຮົບເກົ່າ ຫວຽດນາມ ຄັ້ງທີ 6, ອາຍຸການ 2017 – 2022 ໄດ້ໄຂຂຶ້ນຢ່າງເປັຮທາງການ. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ນຳ ພັກ, ລັດ, ລັດຖະບານ ຫວຽດນາມ.

        ສະມາຄົມນັກຮົບເກົ່າ ຫວຽດນາມ ແມ່ນອົງການຈັດຕັ້ງການເມືອງ, ສັງຄົມ, ມີອິດທິພົນຊື່ສຽງ, ແມ່ນສະມາຊິກຕັ້ງໜ້າຂອງແນວໂຮມປະເທດຊາດ ຫວຽດນາມ. ປະຈຸບັນ, ສະມາຄົມນັກຮົບເກົ່າ ຫວຽດນາມ ມີສະມາຊິກປະມານ 3 ລ້ານຄົນ.

        ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ:

        “ສະມາຄົມນັກຮົບເກົ່າ ຫວຽດນາມ ຄວນສືບຕໍ່ຊາບຊຶມ ແລະ ຈັດຕັ້ງໃຫ້ພະນັກງານສະມາຊິກປະຕິບັດໜ້າທີ່ສຳຄັນຕົ້ນຕໍຂອງສະມາຄົມ ແມ່ນເດັດດ່ຽວປົກປັກຮັກສາຜົນສຳເລັດຂອງການປະຕິວັດ ເປັນຢ່າງດີ, ປະກອບສ່ວນເຮັດໃຫ້ທຸກກົນອຸບາຍ, ເລ່ຫຼ່ຽມການຫັນປ່ຽນໂດຍສັນຕິ, ກົນອຸບາຍໂຫດຫ້ຽມຂອງບັນດາອິດທິກຳລັງທີ່ເປັນປໍລະປັກໃຫ້ປະລາໄຊ. ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງ ແລະ ປົກປັກຮັກສາພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ. ສົມທົບກັນຢ່າງແໜ້ນແຟ້ນກັບບັນດາສະມາຊິກຂອງແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງມະຫາຊົນ, ສັງຄົມປະຕິບັດກົດລະບຽບປະຊາທິປະໄຕ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ເປັນແບບຢ່າງໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ເປັນຢ່າງດີ”

ກອງປະຊຸມໃຫຍ່ສະມາຄົມນັກຮົບເກົ່າ ຫວຽດນາມ ຄັ້ງທີ 6, ອາຍຸການ 2017 – 2022 - ảnh 2ສະມາຄົມໄດ້ຮັບຫຼຽນໄຊແຮງງານຊັ້ນ 1  ໂດຍປະທານປະເທດມອບໃຫ້

ໃນໄລຍະຜ່ານມາ, ສະມາຄົມນັກຮົບເກົ່າໄດ້ຍູ້ແຮງ ແລະ ຍົກສູງຄຸນນະພາບຂະບວນການນັກຮົບເກົ່າຊ່ວຍເຫຼືອກັນຫລຸດຜ່ອນຄວາມທຸກຍາກ, ເຮັດເສດຖະກິດເກັ່ງ, ຕິດພັນກັບລາຍການແຜນການພັດທະນາດ້ານເສດຖະກິດ - ສັງຄົມຂອງທ້ອງຖິ່ນ. ທ່ານ ຫວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຊີ້ແຈ້ງວ່າ:

        “ໂດຍປະຕິບັດຕາມຄຳບອກສອນຂອງທ່ານ ປະທານ ໂຮ່ຈີ໋ມີນ, ການບຳລຸງສ້າງລຸ່ນປະຕິວັດໃຫ້ຄົນລຸ່ນຫຼັງແມ່ນມີຄວາມສຳຄັນ ແລະ ມີຄວາມຈຳເປັນ. ດ້ວຍຄວາມສຸດຈິດສຸດໃຈ ແລະ ປະສົບການຂອງຕົນ, ນັກຮົບເກົ່າ ຫວຽດນາມ ສືບຕໍ່ປະກອບສ່ວນສຶກສາມູນເຊື້ອ ແລະ ລັດທິວິລະຊົນປະຕິວັດ, ຖ່າຍທອດປະສົບການໃຫ້ລຸ່ນໜຸ່ມ. ຮ່ວມເດີນທາງກັບຊາວໜຸ່ມໃນຂະບວນການກໍ່ຮ່າງສ້າງຕົວ, ສ້າງອາຊີບ, ເສີມຂະຫຍາຍບົດບາດປະຈັນບານ, ມີຫົວຄິດປະດິດສ້າງຂອງຊາວໜຸ່ມໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.”

        ເນື່ອງໃນໂອກາດນີ້, ສະມາຄົມນັກຮົບເກົ່າ ຫວຽດນາມ ເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຂອງ ປະທານປະເທດມອບໃຫ້. ກອງປະຊຸມໃຫຍ່ຈະອັດລົງໃນວັນທີ 15 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ