ກະກຽມກອງປະຊຸມຄັ້ງທີ 3 ສະພາແຫ່ງຊາດຊຸດທີ 13: ປະກອບຄຳເຫັນໃຫ້ບັນດາຮ່າງກົດໝາຍ

ກະກຽມກອງປະຊຸມຄັ້ງທີ 3 ສະພາແຫ່ງຊາດຊຸດທີ 13: ປະກອບຄຳເຫັນໃຫ້ບັນດາຮ່າງກົດໝາຍ - ảnh 1
ພາບປະກອບຈາກອີນເຕີເນັດ

(vovworld) - ກະກຽມ​ຈັດ​ຕັ້ງ​ກອງ​ປະຊຸມສາ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ຄະ​ນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ແຂວງ ບິນ​ທ້ວນ ​ໄດ້​ຈັດ​ຕັ້ງ​ໃຫ້​ການ​ປະຊຸມ​ໂດຍ​ມີ​ຜູ້​ຕາງໜ້າບັນດາ​ພະ​ແນ​ກ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​.​.​.​ ທີ່​ກ່ຽວຂ້ອງ​​ເຂົ້າ​ຮ່ວມ​ເພື່ອປະກອບ​ຄຳ​ເຫັນ​ບັນດາ​ຮ່າງ​ກົດໝາຍ​ຄື: ​ກົດໝາຍ​ວ່າ​ດ້ວຍການ​ແກ້​ໄຂ​ກໍລະນີລະ​ເມີດ​ການ​ບໍລິຫານ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​​ເຜິ​ຍ​ແຜ່, ສຶກສາດ​້ານກົດໝາຍ. ​ແລະກໍ​ໃນ​ວັນ​ດຽວ​ກັນ, ຄະນະ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ແຂວງ ນິນ​ທ້ວນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາຄຳ​ເຫັນ​ປະກອບຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ແຂວງ ​ເຂົ້າ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ກຳມະບານ (ສະບັບ​ປັບປຸງ) ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 3 ນີ້. ສະມາຊິກ​ສະພາ​ແຫ່ງ​ຊາດ​​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຂອບ​​ເຂດການ​​ປັບ​ປຸງຂອງ​ຮ່າງ​ກົດໝາຍ​ສະບັບ​ຕ່າງໆ ພ້ອມ​ທັງ​ປະກອບ​ຄຳ​ເຫ​ັນປັບປຸງ, ​ເພີ່ມ​ເຕີມ​ບັນດາ​ຂໍ້​ມາດຕາ​ຂອງບັນດາ​ຮ່າງ​ກົດໝາຍ ​ເພື່ອ​ໃຫ້ບັນດາ​ປະມວນ​ກົດໝາຍ​​ນີ້​ມີ​ລັກສະນະ​ສະ​ເພາະ, ​ເໝາະ​ສົມ​ກັບ​ທຸກ​ເປົ້າ​ໝາຍ​ໃນ​ສັງຄົມ. ບັນດາ​ຜູ້​ແທນ​ເນັ້ນ​ໜັກ​ວ່າ: ສະພາ​ແຫ່ງ​ຊາດ​ຄວນ​ພິຈາລະນາ, ປັບປຸງ, ​ເພີ່ມ​ເຕີມ ​ເພື່ອ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ບັນດາ​ຂໍ້​ມາດຕາ ​ໃນ​ຮ່າງ​ກົດໝາຍ​ສະບັບ​ຕ່າງໆ​ນີ້ ​ເພື່ອ​​​ເຮັດ​ໃຫ້​ກົດໝາຍ​ມະ​ຄວາມ​ກະທັດ​ລັດ, ​ແນບ​ນຽນ.

ຂ່າວ/ບົດ​ອື່ນ