ກະຊວງການຕ່າງປະເທດວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກ

ກະຊວງການຕ່າງປະເທດວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກ - ảnh 1
ກຳປັ່ນ ຈີນ ສິດນ້ຳໃສ່ກຳປັ່ນປະຕິບັດກົດໝາຍ ຫວຽດນາມ

(vovworld) - ​ໃນ​ຈົດໝາຍ​ທາງ​ການ​ທີ່ຝາກ​ເຖິງ​ສະຖານທູດ​ຫວຽດນາມ​ປະຈຳ​ກຳປູ​ເຈຍ ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​​, ໃນວັນ​ທີ 13/6 ນັ້ນ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ກຳປູ​ເຈຍ ​ໄດ້​ຊີ້​ແຈ້ງວ່າ, ​ໃນ​ຖານະ​ແມ່ນ​ປະ​ເທດ​ລິ​ເລີ່​ມອອກ​ຖະ​ແຫຼ​ງກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ກຳປູ​ເຈຍ​ຍົກ​ສູງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ບົນ​ທະ​ເລ. ຈົດໝາຍ​ທາງ​ການ​ເນັ້ນ​ໜັກ​ວ່າ, ກຳປູ​ເຈຍ​ສະໜັບສະໜູນ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ລວມທັງ​ດ້ານ​ການ​ເມືອງ, ກົດໝາຍ, ​ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ບົນ​ທະ​ເລດ້ວຍ​ສັນຕິ​ວິທີ, ຈົດໝາຍ​ທາງ​ການ ຍັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ບັນດາ​ຝ່າຍ​ກ່ຽວຂ້ອງ​ຈະ​ມານະ​ພະຍາຍາມ​ເພື່ອ​ບັນລຸ​ໄດ້ ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່ທະ​ເລ​ຕາ​ເວັນ​ອອກ (COC) ​ເພື່ອ​ແນ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ສະບາຍ ​​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ​ໃນ​ວັນ​ດຽວ​ກັນ. ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ​ກໍ່​ໄດ້​ຝາກ​ຈົດໝາຍ​ທາງ​ການ ເຖິງ​ສະຖານທູດ​ຫວຽດນາມ​ປະຈຳ​ກຳປູ​ເຈຍ ດ້ວຍ​ເນື້ອ​ໃນ​ຄ້າຍຄື​ກັນ.

ຂ່າວ/ບົດ​ອື່ນ