ການນຳຈີນແລະລັດເຊຍໃຫ້ຄຳໝັ້ນສັນຍາຮ່ວມມືຄືນໃໝ່

ການນຳຈີນແລະລັດເຊຍໃຫ້ຄຳໝັ້ນສັນຍາຮ່ວມມືຄືນໃໝ່ - ảnh 1
ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ​ແລະ ທ່ານ​ປະທານາທິບໍດີ
ລັດ​ເຊຍ Vladimir Putin (ພາບ: THX)

(vovworld) – ວັນ​ທີ 15/11, ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ​ແລະ ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ພົບ​ປະ​ກັນຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ແຖວ​ໜ້າ​ໂລກ (G - 20) ຢູ່ Antalya ຕວກກີ ​ໄດ້​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ​ຄືນ​ໃໝ່. ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ​ໃຫ້​ຮູ້​ວ່າ: ຈີນ ວາງ​ຈຸດໝາຍ​ສ້າງ​ພື້ນຖານ​ເສດຖະກິດ​ໂລກ “​ໃໝ່ອຽມ, ໝັ້ນຄົງ​ເຂັ້ມ​ແຂງ, ​ເຊື່ອມ​ຕໍ່ ​ແລະ ​ເຊື່ອມ​​ໂຍງ” ພ້ອມ​ກັບ​ສະ​ມາຊິກທັງ​ໝົດ​ອື່ນໆ​ໃນ G – 20 ​ເມື່ອ ຈີນ ​ເປັນ​ປະທານ​​ຜັດປ່ຽນຂອງ​ອົງການ​ຈັດ​ຕັ້ງ​ນີ້​ໃນ​ປີໜ້າ. ສ່ວນ​ທ່ານປະທານາທິບໍດີ ລັດ​ເຊຍ Vladimir Putin ສະໜັບ​ສະ​ໜູນ ຈີນ ມີບົດບາດ​ໃຫຍ່​ກ່ວາ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ເງິນ ​ແລະ ​ເສດຖະກິດ​ສາກົນ​ເມື່ອ​ເປັນ​ປະທານ G – 20

 

ຂ່າວ/ບົດ​ອື່ນ