ການນຳພັກ, ລັດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ທ້ອງຖິ່ນຕ່າງໆ

(VOVWORLD) - ຕອນເຊົ້າວັນທີ 12 ພະຈິກ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ ບ້ານດົ່ງເຕີມ, ຕາແສງ ຕາມເລີ້ບ, ເມືອງ ຝູຢ໊າວ, ແຂວງ ບີງເຢືອງ.
ການນຳພັກ, ລັດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ທ້ອງຖິ່ນຕ່າງໆ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ ບ້ານດົ່ງເຕີມ

ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ສະແດງໃຫ້ເຫັນຄວາມປິຕິຊົມຊື່ນຍ້ອນ ເສດຖະກິດ - ສັງຄົມຂອງແຂວງ ບີງເຢືອງ ສືບຕໍ່ໄດ້ພັດທະນາຢ່າງຕໍ່ເນື່ອງ, ແມ່ນໜຶ່ງໃນ 6 ແຂວງທີ່ມີແຫຼ່ງລາຍຮັບສູງສຸດໃນທົ່ວປະເທດ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເນັ້ນໜັກວ່າ:

        ເຮັດແນວໃດເພື່ອນຳຕາແສງ ຕາມເລີ້ບ ບໍ່ພຽງແຕ່ເປັນຕາແສງຊົນນະບົດໃໝ່ເທົ່ານັ້ນ ຫາກຍັງເປັນຕາແສງຊົນນະບົດໃໝ່ແບບຢ່າງອີກດ້ວຍ. ເປັນຕາແສງຊົນນະບົດໃໝ່ທີ່ມີຄວາມງາມຫລາຍຢ່າງ, ງາມທັງຖະໜົນຫົນທາງທັງບ້ານຕາແສງ ຄືຄວາມງາມໃນວັດທະນະທຳການປະພຶດ, ໃນສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ກໍ່ຄືນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງປະຊາຄົມບ້ານ ດົ່ງເຕີມ.

ຕອບກັບ

ຂ່າວ/ບົດ​ອື່ນ