ການນຳພັກ, ລັດເຂົ້າໄຫວ້ອາໄລ ປະທານໂຮ່ຈິມິນໃນ ໂອກາດວັນຊາດທີ 2/9

ການນຳພັກ, ລັດເຂົ້າໄຫວ້ອາໄລ ປະທານໂຮ່ຈິມິນໃນ ໂອກາດວັນຊາດທີ 2/9 - ảnh 1

(ພາບ:vov)

(vovworld)-  ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນຊາດ​ຫວຽດນາມ (2/9), ຕອນ​​ເຊົ້າວັນ​ທີ 30/8, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ,​ ລັດຖະບານ, ຄະນະກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໄປ​ວາງ​ພວງມາລາ ​ແລະ ​ເຂົ້າ​​ໄຫວ້​ອາ​ໄລ​ຢູ່​ສຸ​ສານປະທານ​​ໂຮ່ຈິ​ມິນ ການ​ນຳ​ຜູ້​ປີ​ຊາ​ສາມາດ​ຂອງ​ພັກ ​ແລະ ປຊຊ ຫວຽດນາມ, ອາຈານ​ຜູ້ຍິງ​ໃຫ່ຍຂອງ​ການ​ປະຕິວັດ​ຫວຽນາມ,​ ນັກ​ວິລະ​ຊົນ​ປົດ​ປ່ອຍ​ຊາດ, ຜູ້​ທີ່​ໄດ້​ອຸທິດ​​ຕະຫຼອດ​ຊີວິດ​ເພື່ອ​ເອກະລາດ​ຂອງ​ປະ​ເທດ​ຊາດ ​ແລະ ​ເພື່ອ​ຄວາມ​ເສລີພາບ, ຄວາມ​ຜາ​ສຸກ​ຂອງ ປຊຊ. ​ເຂົ້າຮ່ວມພິທີ​ມີ​ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ, ທ່ານ​ປະທານຄະນະກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຮິງ​ດ໋າມ…ພ້ອມດ້ວຍ​​ອະດີດ​ການນຳ​ພັກ,​ ລັດ, ການ​ນຳ​ບາງ​ກະຊວງ, ຂະ​ແໜງ​ການ, ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ສູນ​ກາງ…​ພວງ​ມາລາ​ຂອງ​ຄະນະ​ມີ​ແຖວ​ໜັງສື “ຈົດ​ຈຳ​ບຸນຄຸນ​ປະທານ​ໂຮ່ຈິ​ມິນ ​ຜູ້ຍິງ​ໃຫ່ຍຕະຫຼອດ​ໄປ“.

  ຕໍ່​ຈາກ​ນັ້ນ, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ,​ລັດຖະບານ, ຄະນະກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໄປ​ວາງ​ພວງມາລາ ​ແລະ ອາ​ໄລ​ຫາ​​ບັນດ​ານັກຮົບ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່ອະນຸສາວະລີ.

​ແລະ ກໍ່​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 30/8,​ ຄະນະ​ຜູ້ແທນ​ຄະນະ​ພັກ​ກອງທັບ​ສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ພັກ​ຕຳຫຼວດ​ສູນ​ກາງ ​ແລະ ກະຊວງ​ຕຳຫຼວດ, ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພັກ ​ແລະ ຄະນະ​ກຳ​ມະ​ການ ປຊຊ ນະຄອນ​ຮ່​າ​ໂນ້ຍ ກໍ່​ໄດ້​ໄປວາງ​ພວງມາລາ ​ແລະ ​ເຂົ້າ​ໄຫວ້​ອາ​ໄລ​ປະທານ​​ໂຮ່ຈິມິນທີ່​ສຸ​ສານ​ຂອງ​ເພິ່ນ,​ ວາງພວງມາລາ​ ອາ​ໄລ​ຫາ​ບັນດ​ານັກຮົບ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່​ອະນຸສາວະລີບັນດ​ານັກຮົບ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດເພື່ອ​ຊາດ.

   ​ໃນ​ວັນ​ດຽວ​ກັນ, ປຊຊ, ນັກຮົບ​ທົ່ວ​ປະ​ເທດ ​ແລະ ​ແຂກ​ທ່ອງ​ທ່ຽວ​ສາກົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ກໍ່​ໄດ້​ເຂົ້າ​ສຸ​ສານ​ໄຫວ້​ອາ​ໄລປະທານ​​ໂຮ່ຈິມິນ ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ