ການປະຊຸມຂ່າວນັດສາມັນ ຄັ້ງທຳອິດ ຂອງລັດຖະບານ ໃນປີ2016

 ການປະຊຸມຂ່າວນັດສາມັນ ຄັ້ງທຳອິດ ຂອງລັດຖະບານ ໃນປີ2016 - ảnh 1
ທ່ານ ຫງວຽນ​ວັນ​ເນນ, ລັດ​ຖະ​ມົນ​ຕີ ຫົວ​ຫນ້າ​ຫ້ອງວ່າ​ການ​
ລັດ​ຖະ​ບານ​ເປັນ​ປະ​ທານ​ການ​ປະ​ຊຸມ
ພາບ:Chinhphu.vn

(vovworld)- ​​ ​ວັນ​ທີ 29/1, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວທີ່​ການ​ປະ​ຊຸມ​​ຂ່າວ​ນັດ​ສາ​ມັນ​​ຄັ້ງ​ທຳ​ອິດ ຂອງ​ລັດ​ຖະ​ບານ ໃນປີ 2016 ກ່ຽວ​ກັບ​ການ​ປ່ຽນ​ແທນ​ບຸກ​ຄະ​ລາ​ກອນໃຫ້​ບັນ​ດາ​ການ​ນຳ​ກະ​ຊວງ, ຂະ​ແຫນງ​ການ ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ຊຸດ​ໃຫມ່, ທ່ານ ຫງວຽນ​ວັນ​ເນນ, ລັດ​ຖະ​ມົນ​ຕີ ຫົວ​ຫນ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ​ໃຫ້​ຮູ້​ວ່າ: ວຽກ​ງານ​ບຸກ​ຄະ​ລາ​ກອນ ແມ່ນ​ວຽກ​ງານ​ຂອງ​ພັກ. ໃນ​ໄລ​ຍະ​ຜ່ານ​ມາ, ພັກ​ໄດ້​ຊີ້​ນຳ​ຢ່າງ​ແຫນ້ນ​ແຟ້​ນ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ທຸກ​ຂັ້ນ​ຕາມ​ແຜນ​ຊັບ​ຊ້ອນພະ​ນັກ​ງານ.  ພະ​ນັກ​ງານ​ຜູ້​ຫນຶ່ງ​ອາດ​ຈະ​ຖືກ​ຊັບ​ຊ້ອນ​ໃນ​ບາງ​ຕຳ​ແຫນ່ງ ເພື່ອ​ມີ​ຄວາມ​ຈຳ​ເປັນ ພັກ​ຈະ​ຍົກ​ຍ້າຍ, ຊັບ​ຊ້ອນ, ສະ​ນັ້ນ ວຽກ​ງານ​ບຸກ​ຄະ​ລາ​ກອນບໍ່​ຖືກ​ຕົກ​ຢູ່​ໃນ​ທ່າ​ຮັບ. ແລະ​ກໍ​ໃນ​ການ​ປະ​ຊຸມ​ຂ່າວ, ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ຜັນ​ຂະ​ຫຍາຍ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ ໂດ໋​ທັງ​ຫາຍ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ໃຫ້​ຮູ້​ວ່າ: ສັນ​ຍາ TPP ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທຸກ​ເປົ້າ​ໝາຍ, ໃນ​ນັ້ນ ມີ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ.         “ວຽກ​ງານ​ຕໍ່​ໄປ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ ທີ່​ກ່ຽວ​ຂ້ອງ ຮູ້​ຈັກ​ເຖິງ​ບັນ​ດາ​ເນື້ອ​ໃນ​ຂອງ​ສັນ​ຍາ ເພື່ອ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ ແລະ ມີ​ວິ​ທີ​ການ​ຈຳ​ກັດ​​ສິ່ງ​ທີ່ບໍ່​ສະ​ດວກໃຫ້​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ. ນີ້​ແມ່ນ​ວຽກ​ງານ​ຂອງ​ທຸ​ກ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ, ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ແລະ ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ເອງ.”

 

 

 

 

ຂ່າວ/ບົດ​ອື່ນ