ການປະຊຸມຂ່າວປະກາດກອງປະຊຸມສະໄຫມສາມັນເທື່ອທີ9ສະພາແຫ່ງຊາດຫວຽດນາມຊຸດທີ13

ການປະຊຸມຂ່າວປະກາດກອງປະຊຸມສະໄຫມສາມັນເທື່ອທີ9ສະພາແຫ່ງຊາດຫວຽດນາມຊຸດທີ13 - ảnh 1
ທ່ານ ຫງວຽນ​ແຫ້ງ​ຟຸກ,ຫົວ​ຫນ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ
ປະ​ກາດກອງ​ປະ​ຊຸ​ມ​ສະ​ໄຫມ​ສາ​ມັນ​ເທ​ື​່ອ​ທີ 9
ພາບ:baomoi.com

(vovworld)- ຕອນ​ເຊົ້າ​ວັນ​ທີ 19/5 ຢູ່ ຮ່າ​ໂນ້ຍ, ຫ້ອງ​ວ່າການ​ສະ​ພາ​ແຫ່ງ​ຊາດ ໄດ້​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ສາ​ກົນ ປະ​ກາດກອງ​ປະ​ຊຸ​ມ​ສະ​ໄຫມ​ສາ​ມັນ​ເທ​ື​່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ຈະ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/5 ແລະ ອັດ​ລົງ​ໃນ​ວັນ​ທີ​ 26/6 ຈະ​ມາ​ເຖິງ. ທີ່​ສະ​ໄຫມ​ປະ​ຊຸມ​ເທື່ອ​ນີ້, ວຽກ​ງານ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ ໄດ້​ຮັບ​ການ​ເພີ່ມ​ທະ​ວີ ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ພ້ອມ​ທັງ​ປະ​ກອບ​ສ່ວນ​ສຳ​ເລັດ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຂອງ​ອາ​ຍຸ​ການ.ສະ​ພາ​ແຫ່ງ​ຊາດ ຈະ​ຮັບ​ຮອງ​ເອົາ ຮ່າງ​ກົດ​ໝາຍ 11 ສະ​ບັບ ແລະ ມະ​ຕິ​ສະ​ບັບ​ຫນຶ່ງ. ທ່ານ ຫງວ​ຽນ​ແຫ້ງ​ຟຸກ, ຫົວ​ຫນ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ:

        “ກອງ​ປະ​ຊຸມ​ເທື່ອນີ້ ມີ​ບາງ​ກົດ​ໝາຍ​ສຳ​ຄັນ​ກ່ຽວ​ຂ້ອງ​ເຖິງ​ຕ​ຸ​ລາ​ການ​ຄື: ປະ​ມວນ​ກົດ​ໝາຍ​ແພ່ງ, ປະ​ມວນ​ກົດ​ໝາຍ​ອາ​ຍາ, ກົດ​ໝາຍ​ດຳ​ເນີນ​ຄະ​ດີ​ອາ​ຍາ… ສະ​ເພາະ​ກ່ຽວ​ກັບ​ປະ​ມວນ​ກົດ​ໝາຍ​ແພ່ງ, ນີ້​ແມ່ນ​ກົດ​ໝາຍ​ພື້ນ​ຖານ, ໄລ​ຍະ​ຜ່ານ​ມາ ສະ​ພາ​ແຫ່ງ​ຊາດ​ໄດ້​ມອບ​ໃຫ້​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບຂອງ​ປະ​ຊາ​ຊົນ​ໃສ່​ປະ​ມວນ​ກົດ​ໝາຍນີ້.”

 

ຂ່າວ/ບົດ​ອື່ນ