ການປະຊຸມຂ່າວປະກາດໝາກຜົນຂອງການຢ້ຽມຢາມ ຈີນ ຂອງປະທານປະເທດ ເຈືອງເຕີນຊາງ

ການປະຊຸມຂ່າວປະກາດໝາກຜົນຂອງການຢ້ຽມຢາມ ຈີນ ຂອງປະທານປະເທດ ເຈືອງເຕີນຊາງ - ảnh 1
ທ່ານປະທານປະເທດ ຈີນ ແລະ ປະທານປະເທດ ຫວຽດນາມ
(ພາບ: Nguyễn khang/TTXVN)

(vovworld) – ວັນ​ທີ 11/7, ຢູ່ ຮ່າ​ໂນ້ຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ຈີນ ປະຈຳ ຫວຽດນາມ ຂົງຊວຽນ​ຢ໋າວ ​ໄດ້​ຈັດ​​ການ​ປະຊຸມ​ຂ່າວ​ປະກາດ​ໝາກຜົນ​ຂອງ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ສປ ຈີນ ຂອງ​ປະທານ​ປະ​​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ. ທີ່​ການ​ປະຊຸມ​ຂ່າວ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຕອບ​ບາງ​ຄຳ​ຖາມ​ຂອງ​ສື່​ມວນ​ຊົນ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ຂົງຊວຽນ​ຢ໋າວ ຢືນຢັນ​ວ່າ: ດ້ວຍ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ນັ້ນ, ການ​ຢ້ຽມຢາມ ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ສ້າງ​ກຳລັງ​ໜູນ​ຊຸກຍູ້​​ການ​ພັດທະນາ​ຢ່າງຮອບດ້ານ​ລະ​ຫວ່າງ ຫວຽດນາມ ​ແລະ ຈີນ. ທ່ານ​ເອກ​ອັກຄະ​ລັດຖະທູດ ຂົງຊວຽນ​ຢ໋າວ ​ໃຫ້​ຮູ້​ວ່າ: ບັນ​ຫາ​ບົນ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ບັນຫາ​ໜຶ່ງ​ດຽວ​ທີ່​ຍັງ​ຄົງ​ຄ້າງ​ໃນ​ການ​ພົວພັນ 2 ປະ​ເທດ. ຫຼັກ​ໝັ້ນ​ຂອງ 2 ຝ່າຍ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ ​ແລະ ຄວາມ​ບໍ່​ລົງ​ລອຍ​ກັນ. ​ແຕ່​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ມາດ​ຕະການ​ແກ້​ໄຂ​​ບັນດາ​ບັນຫາ​ທີ່​ເກີດຂຶ້ນຢ່າງ​ສົມ​ເຫດ​ສົມ​ຜົນ, ຫລີກ​ລ້ຽງ​ບໍ່​ປະ​ໃຫ້​ບັນຫາ​ບົນ​ທະ​ເລ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການພັ​ດທະ​ນາ​ການ​ພົວພັນ​ຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ