(vovworld) – ການປະຕິວັດອຸດສາຫະກຳຄັ້ງທີ 4 ຈະແມ່ນຫົວຂໍ້ຕົ້ນຕໍ່ຂອງເວທີປາໄສເສດຖະກິດໂລກ ປະຈຳປີຄັ້ງທີ 46 (ເວທີປາໄສ Davos 2016) ເຊິ່ງຈະຖືກຈັດຂຶ້ນໃນລະຫວ່າງວັນທີ 20 – 23/01 ຢູ່ Davos, ປະເທດສະວິດ. ເຂົ້າຮ່ວມ ເວທີປາໄສ Davos 2016 ຄາດວ່າຈະມີຜູ້ແທນກວ່າ 2.500 ຄົນທີ່ມາຈາກ 100 ປະເທດ, ເຊິ່ງແມ່ນຜູ້ຕາງໜ້າລັດຖະບານ, ກຸ່ມບໍລະສັດ, ສະຖາບັນຄົ້ນຄວ້າ, ສັງຄົມພົນລະເມືອງ… ນີ້ແມ່ນຂໍ້ມູນເຊິ່ງທ່ານປະທານເວທີປາໄສເສດຖະກິດໂລກ (WEF) Klaus Schwab ປະກາດໃນການປະຊຸມຂ່າວ ໃນວັນທີ 13/01 ທີ່ສຳນັກງານຂອງ WEF ຢູ່ເຊີແນວ, ປະເທດສະວິດ.