ການ​ປ່ຽນ​ແປງ​​ດິນ​ຟ້າອ​າ​ກາດ: ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ໂລກ ເພີ່ມ​ທະ​ວີ​ການ​ລົງ​ທຶນ ເຂົ້າ​ມາດ​ຕະ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປ​ງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ທີ່ກອງປະຊຸມ COP 26, ບັນດາປະເທດທຸກຍາກທີ່ສຸດໃນໂລກ ພວມມານະພະຍາຍາມຮຽກຮ້ອງໃຫ້ບັນດາປະເທດຮັ່ງມີກ່ວາ ປະຕິບັດຄຳໝັ້ນສັນຍາ ອຸປະຖຳເງິນຈຳນວນ 100 ຕື້ USD/ປີ ໃນໄລຍະ ແຕ່ປີ 2020 – 2025 ເພື່ອຊ່ວຍເຫຼືອບັນດາປະເທດ ພວມພັດທະນາ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ເພື່ອໃຫ້ມີມາດຕະການແນໃສ່ຮັບມືກັບຜົນກະທົບທີ່ນັບມື້ນັບຮ້າຍແຮງ ຂອງສະພາບການປ່ຽນແປງດິນຟ້າອາກາດ ຢ່າງມີປະສິດທິຜົນ, ບັນດາປະເທດພວມພັດທະນາຕ້ອງການງົບປະມານທີ່ໂລກພວມສະຫງວນໃຫ້ແກ່ຂົງເຂດຕື່ມອີກທົບ 10 ເທື່ອ. ນີ້ແມ່ນຂໍ້ສະຫຼຸບ ທີ່ໄດ້ຍົກອອກມາໃນບົດລາຍງານສະບັບຫຼ້າສຸດຂອງ ໂຄງການ ສິ່ງແວດລ້ອມຂອງ ສປຊ (UNEP) ທີ່ໄດ້ປະກາດໃນວັນທີ 4 ພະຈິກ, ໃນນັ້ນ ໄດ້ຍົກອອກໃຫ້ເຫັນຄວາມຈຳເປັນຂອງເລື່ອງບັນດາປະເທດ ຕ້ອງມີການກະກຽມ ເພື່ອຮັບມືກັບຜົນຕາມມາຂອງ ການປ່ຽນແປງດິນຟ້າອາກາດ.

ທີ່ກອງປະຊຸມ COP 26, ບັນດາປະເທດທຸກຍາກທີ່ສຸດໃນໂລກ ພວມມານະພະຍາຍາມຮຽກຮ້ອງໃຫ້ບັນດາປະເທດຮັ່ງມີກ່ວາ ປະຕິບັດຄຳໝັ້ນສັນຍາ ອຸປະຖຳເງິນຈຳນວນ 100 ຕື້ USD/ປີ ໃນໄລຍະ ແຕ່ປີ 2020 – 2025 ເພື່ອຊ່ວຍເຫຼືອບັນດາປະເທດ ພວມພັດທະນາ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ດ້ວຍເລື່ອງອຸນຫະພູມໜ່ວຍໂລກໄດ້ເພີ່ມຂຶ້ນ 11 ອົງສາ C ນັບແຕ່ກາງສະຕະວັດ ທີ 19, ໂລກພວມເຫັນປະຈັກຕາ ໄພພິບັດທຳມະຊາດທີ່ຮ້າຍແຮງ ຍ້ອນການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ ໃນຊຸມເດືອນຜ່ານມາ. UNEP ຖືວ່າ ມາຮອດປັດຈຸບັນ, ບັນດາລັດຖະບານ ໄດ້ພາດກາລະໂອກາດຍາດແຍ່ງຈາກໂລກລະບາດໂຄວິດ - 19 ເພື່ອບຸລິມະສິດ ການໃຊ້ຈ່າຍໃຫ້ແກ່ການຟື້ນຟູຂຽວ.

 


ຕອບກັບ

ຂ່າວ/ບົດ​ອື່ນ